• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ສົ່ງ​ອອກ​​ຜັກ, ໝາກ​ໄມ້​ຂອງ ຫວຽດ​ນາມ ຄາດ​ວ່າ​ຈະ​ລື່ນ​ກາຍ 7 ຕື້ USD

ດ້ວຍກຳລັງໜູນ ແລະ ທ່າເຕີບໂຕຄືໃນປະຈຸບັນ, ຂະແໜງຜັກ, ໝາກໄມ້ເຊື່ອໝັ້ນວ່າ ຈະສາມາດບັນລຸວົງເງິນສົ່ງອອກດ້ວຍມູນຄ່າສະຖິຕິຄືແຕ່ 7-7.5 ຕື້ USD ໃນປີນີ້.
  (ພາບປະກອບ)  

ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ການສົ່ງອອກຜັກ, ໝາກໄມ້ໃນເດືອນມິຖຸນາຂອງ ຫວຽດນາມ ຄາດວ່າບັນລຸເກືອບ 780 ລ້ານ USD. ໃນ 6 ເດືອນຂອງປີ 2024, ການສົ່ງອອກຜັກ, ໝາກໄມ້ໄດ້ນຳໜ້າໃນຜະລິດຕະພັນກະເສດປະເພດຕ່າງໆ ດ້ວຍວົງເງິນສົ່ງອອກເກືອບ 3.5 ຕື້ USD, ເພີ່ມຂຶ້ນກ່ວາ 28% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ຕະຫຼາດສົ່ງອອກຜັກ, ໝາກໄມ້ຂອງ ຫວຽດນາມ ແມ່ນ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ໄທ….ທ່ານ ຫງວຽນແທັງບິງ ປະທານສະຫະສະມາຄົມຜັກ, ໝາກໄມ້ ຫວຽດນາມ ໃຫ້ຮູ້ວ່າ:

ປະລິມານການຜະລິດຜັກ, ໝາກໄມ້ໄດ້ເພີ່ມຂຶ້ນປະມານ 6%/ປີ. ການສະໜອງແມ່ນຫຼວງຫຼາຍ ແລະ ເປັນປົກກະຕິ. ທີສອງແມ່ນຄວາມຕ້ອງການຂອງຕະຫຼາດໂລກໄດ້ເພີ່ມຂຶ້ນ, ແຕ່ນີ້ຮອດທ້າຍປີ 2024, ຂະແໜງຜັກ, ໝາກໄມ້ ຫວຽດນາມ ຍັງມີບັນດາເງືອ່ນໄຂສະດວກເພື່ອພັດທະນາ.

ຈີນ ຍັງແມ່ນ ຕະຫຼາດຕົ້ນຕໍຂອງຜັກ, ໝາກໄມ້ ຫວຽດນາມ ຂະນະທີ່ມີໝາກໄມ້ 10 ຊະນິດໄດ້ສົ່ງອອກຕາມໂຄຕາ. ຫວ່າງແລ້ວນີ້, ຫວຽດນາມ ແລະ ຈີນ ໄດ້ສີ້ນສຸດການເຈລະຈາອະນຸສັນຍາສະບັບໃໝ່ ກ່ຽວກັບການເປີດປະຕູສົ່ງອອກໝາກຖົ່ວລຽນແຊ່ເຢັນ, ໝາກໜອດ, ໝາກເຜັດ ແລະ ໝາກພ້າວສົດ ຊື່ງຄາດວ່າຈະເຊັນໃນເຄິ່ງທ້າຍປີນີ້. ທ່ານ ຝຸ່ງດຶກຕຽນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ:

ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງອຸດສາຫະກຳ ການຄ້າ ແລະ ກະຊວງການຕ່າງປະເທດ  ຫວຽດນາມ ໄດ້ສົມທົບກັນຢ່າງແໜ້ນແຝ້ນ. ຫວ່າງແລ້ວນີ້: ຫວຽດນາມ ໄດ້ສິ້ນສຸດການເຈລະຈາເຊັນກັບຈີນ ກ່ຽວກັບການສົ່ງອອກໝາກຖົ່ວລຽນແຊ່ເຢັນ, ໝາກພ້າວ. ນີ້ແມ່ນກາລະໂອກາດຂອງ ຫວຽດນາມ ເພື່ອສາມາດສົ່ງອອກຜະລິດຕະພັນກະເສດດ້ວຍປະລິມານ ແລະ ມູນຄ່າຫຼາຍກ່ວາ.

ດ້ວຍກຳລັງໜູນ ແລະ ທ່າເຕີບໂຕຄືໃນປະຈຸບັນ, ຂະແໜງຜັກ, ໝາກໄມ້ເຊື່ອໝັ້ນວ່າ ຈະສາມາດບັນລຸວົງເງິນສົ່ງອອກດ້ວຍມູນຄ່າສະຖິຕິຄືແຕ່ 7-7.5 ຕື້ USD ໃນປີນີ້.

(ແຫຼ່ງຄັດຈາກ VOV)

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​​ການປະ​ສານ​ສົມ​ທົບ​ລ​ະ​ຫວ່າງ​ບັນ​ດາ​ອົງ​ການ​ເສ​ນາ​ທິ​ການ​​ຍຸດ​ທະ​ສາດ ຂອງ ສອງ​ພັກ, ຍູ້​ແຮງ​ການ​ແລກ​ປ່ຽນ​ທິດ​ສະ​ດີ, ແບ່​ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ.

Top