ການສົ່ງອອກຂອງຂະແໜງເອເລັກໂຕນິກຂອງ ຫວຽດນາມ ໃນປີ 2024 ບັນລຸໄດ້ເກືອບ 126,5 ຕື້ USD, ເພີ່ມຂຶ້ນ 17 ຕື້ USD ເມື່ອທຽບໃສ່ປີ 2023. ໃນ 8 ເດືອນຂອງປີ 2025, ໝວດສິນຄ້າຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ແລະ ເຄື່ອງອາໄຫຼ່ ແມ່ນປະເພດສິນຄ້າສົ່ງອອກຫຼາຍທີ່ສຸດ, ບັນລຸປະມານ 70 ຕື້ USD. ນີ້ແມ່ນໝວດສິນຄ້າທີ່ມີວົງເງິນສູງສຸດໃນຍອດວົງເງິນສົ່ງອອກຂອງທັງປະເທດ.
ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ໄປຄຽງຄູ່ກັບການກຳນົດທິດທາງຍຸດທະສາດຂອງລັດຖະບານແລ້ວ ແມ່ນຍັງມີຄວາມເປັນເຈົ້າການຂອງແຕ່ລະວິສາຫະກິດເອງ. ຕົວຢ່າງຄືບໍລິສັດຫຸ້ນສ່ວນເຕັກໂນໂລຢີອຸດສາຫະກຳໄປສະນີໂທລະຄົມ (VNPT Technology). ຍາມໃດບໍລິສັດ ກໍກຳນົດຢ່າງຈະແຈ້ງເຖິງພາລະກຳເປັນເຈົ້າການຄົ້ນຄວ້າພັດທະນາຜະລິດຕະພັນ, ເປັນເຈົ້າການໃນການຜະລິດ, ເປັນເຈົ້າຂອງບັນດາລະບົບຄຸ້ມຄອງໃນການຜະລິດ. ມາຮອດປັດຈຸບັນ, ທາງບໍລິສັດໄດ້ມີ 7 ຕ່ອງໂສ້ SMT ຢູ່ເຂດອຸດສາຫະກຳສູງ ຮວ່າລາກ ແລະ ພວມມຸ່ງໄປເຖິງການຕິດຕັ້ງຕື່ມອີກ 10 ຕ່ອງໂສ້ນີ້ໃນໄລຍະຈະມາເຖິງ. ທາງບໍລິສັດກໍພວມຜະລິດສິນຄ້າສົ່ງອອກໄປຍັງຕະຫຼາດ ອາເມລິກາ, ທະວີບ ອາເມລິກາ, ສ.ເກົາຫຼີ… ທ່ານ ເຈິ່ນດຶກຮວ່າ, ຮອງຜູ້ອຳນວຍການຮັບຜິດຊອບການດຳເນີນທຸລະກິດຂອງ VNPT Technology, ໃຫ້ຮູ້ວ່າ:
“VNPT Technology ໄດ້ປັບປຸງຄຸນນະພາບຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ປະສິດທິພາບການຜະລິດດີທີ່ສຸດ ແລະ ພິເສດແມ່ນໝູນໃຊ້ການຫັນເປັນດີຈີຕອນ AI ຫຼື Iot ເຂົ້າໃນການຜະລິດ. VNPT Technology ໄດ້ລົງທຶນຫຸ່ນຍົນອັດນະໂນມັດຈຳນວນໜຶ່ງ. ຄາດວ່າ, ໃນປີນີ້ ແລະ ຊຸມປີຕໍ່ໄປ VNPT Technology ຈະສືບຕໍ່ລົງທຶນເຂົ້າບັນດາຫຸ່ນຍົນອັດຕະໂນມັດຫຼາຍກວ່າອີກ, ຕ້ອງຍູ້ແຮງການຫັນເປັນດີຈີຕອນ, ຍູ້ແຮງການຫັນເປັນອັດຕະໂນມັດເພື່ອຫຼຸດຜ່ອນການຂຶ້ນກັບ”.
ໃນຂະນະນັ້ນ, ບັນດາແຫຼ່ງລົງທຶນເຂົ້າການຜະລິດໃນຂະແໜງອຸດສາຫະກຳເອເລັກໂຕນິກຢູ່ ຫວຽດນາມ ກໍພວມເພີ່ມຂຶ້ນຢ່າງແຮງ, ສະແດງໃຫ້ເຫັນຜ່ານບັນດາໂຄງການທີ່ໄດ້ ແລະ ພວມລົງທຶນ, ໃກ້ຈະນຳເຂົ້າເຄື່ອນໄຫວ ແລະ ນັບທັງບັນດາໂຄງການທີ່ພວມກະກຽມຈະເຂົ້າມາ ຫວຽດນາມ. ຕົວຢ່າງຄື Foxconn ດ້ວຍບ້ວງເງິນລົງທຶນ ເຄິ່ງຕື້ USD ຈະເລີ່ມທຳການຜະລິດ, ດຳເນີນທຸລະກິດຢ່າງເປັນທາງການນັບແຕ່ເດືອນ ພຶດສະພາ 2027, ຫຼືໂຮງງານແຫ່ງທີ 3 ຂອງກຸ່ມບໍລິສັດ Pegatron (ໄຕ້ຫວັນ)ຢູ່ ຫວຽດນາມ, ດ້ວຍມູນຄ່າລົງທຶນທັງໝົດ 500 ລ້ານ USD, ຄາດວ່າຈະລົງທຶນຢູ່ແຂວງ ຫາຍຟ່ອງໃນ ໄລຍະ 2025 – 2026…
ບັນດາໂຄງການນີ້ໄດ້ຊ່ວຍປັບປຸງຖານະບົດບາດຂອງ ຫວຽດນາມ ຄືດັ່ງສູນຜະລິດຜະລິດຕະພັນເຕັກໂນໂລຢີໃນລະບົບຕ່ອງໂສ້ການສະໜອງເຕັກໂນໂລຢີທົ່ວໂລກ, ທັງແມ່ນກຳລັງໜູນຊ່ວຍໃຫ້ ການສົ່ງອອກຜະລິດຕະພັນເຕັກໂນໂລຢີໃນແຕ່ລະປີເຕີບໂຕ. ປ້າ ໂດະທິຖຸຍເຮືອງ, ສະຫະສະມາຄົມວິສາຫະກິດເອເລັກໂຕນິກ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ:
“ມີຫຼາຍວິສາຫະກິດເອເລັກໂຕນິກ FDI ທີ່ມີຄຸນນະພາບ ແລະ ແຖວໜ້າຂອງຕ່ອງໂສ້ການສະໜອງໄດ້ເຂົ້າມາລົງທຶນຢູ່ ຫວຽດນາມ. ສິ່ງດັ່ງກ່າວໄດ້ສ້າງກາລະໂອກາດ, ກຳລັງແຜ່ກະຈາຍໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ສາມາດກາຍເປັນບັນດາບໍລິສັດສະໜອງນອນໃນກຸ່ມວິສາຫະກິດແຖວໜ້າຂອງຕ່ອງໂສ້ດັ່ງກ່າວ. ລະອຽດຄື Samsung, ເຂົາເຈົ້າໄດ້ມີບັນດາຫຼັກສູດບຳລຸງກໍ່ສ້າງຢູ່ວິສາຫະກິດຕ່າງໆ ເພື່ອສ້າງໂອກາດໃຫ້ວິສາຫະກິດ ຫວຽດນາມ ເຂົ້າຮ່ວມຕ່ອງໂສ້ການສະໜອງ. ນີ້ແມ່ນສັນຍານເປັນໜ້າຊື່ນຊົມ”.
ເຖິງຢ່າງໃດກໍຕາມ, ເພື່ອໃຫ້ຂະແໜງເອເລັກໂຕນິກ ຫວຽດນາມ ຫັນປ່ຽນຈາກສູນປະກອບເຄື່ອງອາໄຫຼ່ ມາເປັນປະເທດຜະລິດທີ່ມີລວງເລິກນັ້ນ ແມ່ນຍັງມີຫຼາຍວຽກຈະຕ້ອງເຮັດ. ທ່ານ ເຈິ່ນກຸຍຫຽນ, CEO ຂອງ EcomStone ຖືວ່າ:
“ພວກເຮົາຕ້ອງມີແຜນການຢ່າງເລິກເຊິ່ງກວ້າງຂວາງ, ນອກຈາກການກຳນົດທິດທາງຂອງລັດແລ້ວ, ກໍຕ້ອງມີບັນດານະໂຍບາຍດ້ານກົດໝາຍ, ກົນໄກກ່ຽວກັບພາສີອາກອນເພື່ອສົ່ງເສີມໃຫ້ບັນດາວິສາຫະກິດພັດທະນາລົງເລິກໃນຂົງເຂດນີ້. ສຸມໃສ່ລົງທຶນເຂົ້າບັນດາເຂດເຕັກໂນໂລຢີສູງຈຸດສຸມ, ພ້ອມກັນນັ້ນກໍ່ຕ້ອງມີການສົມທົບກັບບັນດາໂຮງຮຽນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ເພື່ອບຳລຸງກໍ່ສ້າງນັກວິສະວະກອນ, ກຳມະກອນທີ່ມີລະດັບວິຊາສະເພາະ, ສົ່ງເສີມບັນດາທ້ອງຖິ່ນທີ່ມີທ່າແຮງເພື່ອຜະລິດ ແລະ ສົ່ງອອກ”.
ຕາມບັນດານັກວິເຄາະແລ້ວ, ສະພາບການໃນປັດຈຸບັນແມ່ນໂອກາດເພື່ອໃຫ້ ຫວຽດນາມ ສ້າງໂຄງປະກອບຕ່ອງໂສ້ການສະໜອງຄືນໃໝ່, ຍູ້ແຮງການຫັນເປັນດີຈີຕອນ ແລະ ເປີດກວ້າງຕະຫຼາດຜ່ານສັນຍາການຄ້າເສລີ (FTA) ແລະ ການຄ້າເອເລັກໂຕນິກຂ້າມຊາຍແດນ ເພື່ອເພີ່ມທະວີການສົ່ງອອກ. ທ່ານນາງ ໂດະທີຖຸຍເຮືອງ ໃຫ້ຮູ້ຕື່ມອີກວ່າ:
“ບັນດາວິສາຫະກິດຕ້ອງຫັນຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບ, ໝູນໃຊ້ສັນຍາການຄ້າເສລີລຸ້ນໃໝ່ 17 ສະບັບ ເຊິ່ງລັດຖະບານ ຫວຽດນາມ ໄດ້ລົງນາມກັບເກືອບ 70 ພື້ນຖານເສດຖະກິດ. ນີ້ແມ່ນທ່າໄດ້ປຽບໃຫ້ແກ່ ຫວຽດນາມ. ທ່າໄດ້ປຽບໜຶ່ງອີກ ນັ້ນແມ່ນ ຫວຽດນາມ ມີຫຼາຍຕະຫຼາດ ທີມາຈາກ ເອີຣົບເໜືອ, ອາເມລິກາໃຕ້, ຕາເວັນອອກາງ ຫຼື ອາຟະລິກາ. ທີສອງ, ວິສາຫະກິດຕ້ອງຄົ້ນຄວ້າຕະຫຼາດໃໝ່ ແລະ ກຳລັງບົ່ມຊ້ອນ, ເຊັ່ນ: ອິນເດຍ, ຕະຫຼາດທີ່ມີຂອບຂະໜາດປະຊາກອນໃຫຍ່ທີ່ສຸດໃນໂລກ. ວິສາຫະກິດຕ້ອງມີຍຸດທະສາດຍາວນານເພື່ອລົງທຶນເຂົ້າໃນການຄົ້ນຄວ້າຕະຫຼາດ ແລະ ສ້າງເຄື່ອງໝາຍການຄ້າຢູ່ບັນດາຕະຫຼາດໃໝ່”.
ຫວຽດນາມ ນອນໃນເຂດທີ່ມີພື້ນຖານອຸດສາຫະກຳພັດທະນາໄວ ແລະ ຂະຫຍັນຂັນເຄື່ອນ. ພ້ອມທັງແມ່ນຕະຫຼາດທີ່ມີຈຳນວນປະຊາກອນກວ່າ 100 ລ້ານຄົນ ແລະ ມີຄວາມສາມາດເຂົ້າເຖິງຕະຫຼາດທີ່ມີຈຳນວນປະຊາກອນ 600 ລ້ານຄົນຂອງພາກພື້ນ ອາຊຽນ ໂດຍກົງ, ຕະຫຼາດສົ່ງອອກສາກົນກວ້າງໃຫຍ່ ຍ້ອນມີບັນດາສັນຍາ FTA ທີ່ລົງນາມກັບຫຼາຍປະເທດໃນໂລກ. ນີ້ແມ່ນບັນດາເງື່ອນໄຂສະດວກເພື່ອໃຫ້ ຫວຽດນາມ ຊຸກຍູ້ການສົ່ງອອກເຄື່ອງເອເລັກໂຕນິກ, ເປັນເຈົ້າການຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກຳເຕັກໂນໂລຢີສູງຂອງພາກພື້ນ./.