• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຂອງ ຫວຽດ​ນາມ​ ໄດ້​ຮັບ​ການ​ຟື້ນ​ຟູ​ຢ່າງ​ກະ​ໂດດ​ຂັ້ນ

ໃນໄຕມາດທີ 3, ການສົ່ງອອກຜະລິດຕະພັນຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ຮັກສາທ່າເຕີບໂຕທີ່ດີໃນປີ 2021, ຄາດວ່າບັນລຸ 39 ຕື້ USD, ເພີ່ມຂຶ້ນ 11,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020 ແລະ ເພີ່ມຂຶ້ນ 0,3% ເມື່ອທຽບໃສ່ປີ 2019.
(ພາບປະກອບ: TTXVN)

ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍຕາມ, ພິເສດໃນໄຕມາດທີ 3, ການສົ່ງອອກຜະລິດຕະພັນຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ຮັກສາທ່າເຕີບໂຕທີ່ດີໃນປີ 2021, ຄາດວ່າບັນລຸ 39 ຕື້ USD, ເພີ່ມຂຶ້ນ 11,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020 ແລະ ເພີ່ມຂຶ້ນ 0,3% ເມື່ອທຽບໃສ່ປີ 2019. ນີ້ໄດ້ຮັບຖືວ່າ ແມ່ນຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ໃນສະພາບການທີ່ລະດັບການຟື້ນຟູເສດຖະກິດໂລກ ມີທ່າອ່ຽງຊັກຊ້າລົງ ແລະ ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19. ຕົວເລກທີ່ເປັນໜ້າສົນໃຈນີ້ໄດ້ຍົກອອກມາໃນກອງປະຊຸມສະຫຼຸບປີ 2021 ຂອງ ສະຫະສະມາຄົມຕ່ຳແຜ່ນຕັດຫຍິບ ຫວຽດນາມ ເຊິ່ງດຳເນີນໃນວັນທີ 17 ທັນວາ ຢູ່ ຮ່າໂນ້ຍ.

        ປັດຈຸບັນ, ບັນດາວິສາຫະກິດພວມສຸມໃສ່ຊອກຫາມາດຕະການຮ່ວມສຳພັນລະບົບສະໜອງພາຍໃນກຸ່ມ ເພື່ອຮັບປະກັນບໍ່ໃຫ້ລະບົບສະໜອງຖືກຕັດຕອນ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top