• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ສອນ​ໜັງ​ສື​ຢູ່ ເຈື່ອງ​ຊາ

ຢູ່ເມືອງ ເກາະເຈື່ອງຊາ, ແຂວງ ແຄັງຮວ່າ ຍ້ອນເງື່ອນໄຂດິນຟ້າອາກາດທີ່ມີການຜັນແປຢ່າງຮ້າຍແຮງ, ເງື່ອນໄຂໄປຮຽນໄປສອນຂອງອ້າຍເອື້ອຍຄູ ແລະ ນັກຮຽນຢູ່ທີ່ນີ້ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເຖິງຢ່າງໃດກໍຕາມ, ໂດຍໄດ້ຮັບຄວາມສົນໃຈຈາກເຂດດິນຕໍ່ແຜ່ນ, ພ້ອມດ້ວຍຄວາມມານະພະຍາຍາມຂອງອ້າຍຄູ, ເອື້ອຍຄູ ກໍຄືນັກຮຽນ, ໂຮງຮຽນຫຼັງຕ່າງໆຢູ່ກາງທະເລນັ້ນ ຍາມໃດຟົດຟື້ນດ້ວຍສງງກອງ, ສຽງເດັກໆອ່ານໜັງສື ແລະ ຢອກຫຼີ້ນຢ່າງມ່ວນຊື່ນ.
ໂຮງຮຽນປະຖົມ ດ້າເຕີຍ. (ພາບ: Quang Đạo)
ໃນໜຶ່ງຊົ່ວໂມງຂຶ້ນຫ້ອງສອນຢູ່ໂຮງຮຽນປະຖົມ ດ້າເຕີຍ, ຂຶ້ນກັບເມືອງ ເຈື່ອງຊາ, ແຂວງ ແຄັງຮວ່າ, ອ້າຍຄູ ຫງວຽນກົງກວາ ທັງແນະນຳໃຫ້ນ້ອງໆນັກຮຽນ ຊັ້ນ ປ4 ອ່ານໃຫ້ແຈ້ງ ແລະ ເຂົ້າໃຈຄວາມໝາຍຂອງບົດໃນວິຊາ ພາສາຫວຽດ, ທັງຍາດເວລາກວດແກ້ບົດຫັດຂຽນໜັງສືໃຫ້ນັກຮຽນ ຊັ້ນ ປ1 ຫຼື ບົດແກ້ເລກຂອງນັກຮຽນ ຊັ້ນ ປ3. ໂດຍຕ່າງກັບເຂດດິນຕໍ່ແຜ່ນ, ການສອນຢູ່ເກາະ ເຈື່ອງຊາ ມີລັກສະນະສະເພາະ ເຊິ່ງຮຽກຮ້ອງຄວາມພະຍາຍາມຂອງທັງຄູທັງນັກຮຽນ.  ຫ້ອງຮຽນໜຶ່ງມີຄູສອນ 1 ຄົນ ແຕ່ນັກຮຽນພັດມີຫຼາຍເກນອາຍຸທີ່ແຕກຕ່າງກັນ ສະນັ້ນ ກໍໃນຊົ່ວໂມງດຽວຕ້ອງສອນຫຼາຍລະດັບທີ່ແຕກຕ່າງກັນ, ນັບແຕ່ຊັ້ນອະນຸບານ ຮອດ ຊັ້ນ ປ5. ດັ່ງນັ້ນ, ຄູສອນສັບຊ້ອນເວລາໝູນວຽນກັນ. ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກແນວໃດກໍຕາມ, ແຕ່ຄວາມຄາດຫວັງຢາກນຳເອົາຄວາມຮູ້ຂອງຕົນ ໄປແບ່ງປັນໃຫ້ນັກຮຽນຢູ່ ເຈື່ອງຊາ, ກ່ອນນີ້ 5 ປີ, ອ້າຍຄູ ຫງວຽນກົງກວາ ໄດ້ຂຽນໃບຄຳຮ້ອງສະໝັກໃຈໄປສອນຢູ່ ເຈື່ອງຊາ. ພາຍຫຼັງສອນມາເປັນ 4 ປີ ຢູ່ ໂຮງຮຽນປະຖົມ ຢູ່ເກາະ ຊິງໂຕ່ນ, ອ້າຍຄູ ຫງວຽນກົງກວາ ໄດ້ຍ້າຍມາສອນຢູ່ ເກາະ ດ້າເຕີຍອາ ສືບຕໍ່ສອນໃຫ້ນັກຮຽນທຸກເກນອາຍຸຢູ່ທີ່ນີ້. ອ້າຍຄູ ຫງວຽນກົງກວ່າ ແບ່ງປັນວ່າ: ການມາສອນໜັງສື ແລະ ອຸທິດສ່ວນຢູ່ ເຈື່ອງຊາ ນັ້ນ ແມ່ນຄວາມເປັນກຽດຢ່າງຍິ່ງ, ດັ່ງນັ້ນ, ຍາມໃດອ້າຍຄູ ກວາ ກໍພະຍາຍາມນຳເອົາຄວາມຮູ້ດີທີ່ສຸດມາສິດສອນໃຫ້ນ້ອງໆນັກຮຽນ.

“ຄວາມຫຍຸ້ງຍາກທີ່ສຸດແມ່ນນັກຮຽນຢູ່ນີ້ມີອາຍຸບໍ່ເທົ່າກັນ. ນອກຈາກການສອນໜັງສືແລ້ວ, ນອກຊົ່ວໂມງຮຽນ, ຂ້າພະເຈົ້າຍັງຈັດການດຳເນີນຊີວິດເພື່ອແນໃສ່ປຸກລຸກນ້ຳໃຈຮັກທະເລໝູ່ເກາະ, ຮັກປະເທດຊາດ ແລະ ບ້ານເກີດເມືອງນອນ. ສຳລັບນັກຮຽນ ຊັ້ນ ມ4, ມ5, ປ2, ທຸກໆວັນອາທິດ ຂ້າພະເຈົ້າ ຈະຍາດເວລາສອນຄອມພິວເຕີ ແລະ ພາສາອັງກິດໃຫ້. ຂ້າພະເຈົ້າປາດຖະໜາວ່າ ພາຍຫຼັງຮຽນຈົບ ຊັ້ນ ມ5 ຢູ່ເກາະແລ້ວ, ເມື່ອເຂົ້າຮຽນຕໍ່ຢູ່ເຂດດິນຕໍ່ແຜ່ນ ນ້ອງໆຈະມີຄວາມຮູ້, ທັກສະຢ່າງພຽງພໍ ຄືໝູ່, ສືບຕໍ່ສູ້ຊົນບືນຕົວຂຶ້ນ ກາຍເປັນຜູ້ມີປະໂຫຍດຕໍ່ສັງຄົມ”.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top