• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ພົວ​ພັນ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ສືບ​ຕໍ່​ທ່ວງ​ທ່າ​ພັ​ດ​ທະ​ນາ​ອັນ​ດີ​ງາມ

“ນີ້ແມ່ນຈຸດເວລາສຳຄັນໃນການພົວພັນລະຫວ່າງສອງປະເທດ, ແມ່ນຈຸດເວລາ ເພື່ອໃຫ້ສອງຝ່າຍສະຫຼຸບຄືນບັນດາຜົນງານທີ່ບັນລຸໄດ້ໃນການພົວພັນລະຫວ່າງສອງປະເທດໃນຕະຫຼອດໄລຍະ 70 ປີ ຜ່ານມາ ແລະ ວາງອອກບັນດາທິດທາງຮ່ວມມືໃໝ່ເພື່ອເພີ່ມທະວີການພົວພັນລະຫວ່າງສອງປະເທດກວ່າອີກ..."
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕະວັນທົງ

ໂດຍໄດ້ຮັບຄຳເຊີນຂອງລັດຖະບານ ອິນໂດເນເຊຍ, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ເຂົ້າຮ່ວມພິທີຮັບດຳລົງຕຳແໜ່ງຂອງທ່ານປະທານາທິບໍດີ ອິນໂດເນເຊຍ Prabowo Subianto ແລະ ດຳເນີນບາງການເຄື່ອນໄຫວສອງຝ່າຍຢູ່ ອິນໂດເຍເຊຍ ແຕ່ວັນທີ 19 ຕຸລາ - 21 ຕຸລາ 2024. ການປະຕິບັດງານຢູ່ຕ່າງປະເທດປະເທດຄັ້ງນີ້ ໄດ້ດຳເນີນໃນສະພາບການພົວພັວັນມິດຕະພາບລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ສືບຕໍ່ພັດທະນາຢ່າງແຮງໃນໄລຍະຜ່ານມາ.

        ເມື່ອຕອບຄຳຖາມຂອງນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອິນໂດເນເຊຍ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕະວັນທົງ ໃຫ້ຮູ້ວ່າ:

        “ນີ້ແມ່ນຈຸດເວລາສຳຄັນໃນການພົວພັນລະຫວ່າງສອງປະເທດ, ແມ່ນຈຸດເວລາ ເພື່ອໃຫ້ສອງຝ່າຍສະຫຼຸບຄືນບັນດາຜົນງານທີ່ບັນລຸໄດ້ໃນການພົວພັນລະຫວ່າງສອງປະເທດໃນຕະຫຼອດໄລຍະ 70 ປີ ຜ່ານມາ ແລະ ວາງອອກບັນດາທິດທາງຮ່ວມມືໃໝ່ເພື່ອເພີ່ມທະວີການພົວພັນລະຫວ່າງສອງປະເທດກວ່າອີກ. ການນຳຂັ້ນສູງສອງປະເທດກໍຕົກລົງເຫັນດີນຳກັນວ່າ ຈະຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນໄລຍະຈະມາເຖິງ.”

        ເນື່ອງໃນໂອກາດນີ້, ສອງຝ່າຍຄາດວ່າ ຈະແລກປ່ຽນກ່ຽວກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (30/12/1955 - 30/12/2025).

 

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top