• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາ​ດ​ລະ​ຫວ່າງ ຫວຽດ​ນາມ - ນິວ​ຊີ​ແລນ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາ​ຍ​ຢ່າງ

ຕອນເຊົ້າວັນທີ 9 ມີນາ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ນິວຊີແລນ Peeni Henare.

ຕອນເຊົ້າວັນທີ 9 ມີນາ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ນິວຊີແລນ Peeni Henare.

    

ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: TTXVN)

ສອງຝ່າຍໄດ້ຢັ້ງຢືນວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດຍັງມີຄວາມສາມາດບົ່ມຊ້ອນ ແລະ ເງື່ອນໄຂພັດທະນາຫຼາຍຢ່າງ, ບົນພື້ນຖານຂອງການພົວພັນຄູ່ຮ່ວມມືຍຸດທະສາດ. ສອງຝ່າຍໄດ້ເຫັນດີເປັນເອກະພາບສະເໜີກະຊວງປ້ອງກັນປະເທດຂອງສອງປະເທດສືບຕໍ່ເປັນເຈົ້າການວາງແຜນການຮ່ວມມື ແລະ ພ້ອມແລ້ວທີ່ຈະຜັນຂະຫຍາຍດ້ວຍຮູບການທີ່ແທດເໝາະກັບເງື່ອນໄຂເອື້ອອຳນວຍ, ສຸມໃສ່ບັນດາຂົງເຂດຄື ເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ.

        ສອງຝ່າຍເຫັນດີຄົ້ນຄວ້າການສ້າງຊ່ອງສົນທະນາລະຫວ່າງບັນດາເຈົ້າໜ້າທີ່, ນັກຮຽນຮູ້ດ້ານປ້ອງກັນຊາດຂອງສອງປະເທດ; ຊຸກຍູ້ການຮ່ວມມືບຳລຸງສ້າງ; ຄົ້ນຄວ້າຄວາມສາມາດຮ່ວມມືໃນຂົງເຂດປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ; ແລກປ່ຽນວິຊາການສຶກສາ;… ຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການປະຕິບັດບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃນຂົງເຂດຮັກສາສັນຕິພາບ ສປຊ.

        ກະຊວງປ້ອງກັນປະເທດສອງປະເທດຈະຊຸກຍູ້ການຄົ້ນຄວ້າໂດຍໄວ, ສ້າງແຜນການຮ່ວມມື ໄລຍະ 3 ປີ ຕໍ່ໄປ 2022 – 2025 ເພື່ອເປັນເຈົ້າການຜັນຂະຫຍາຍວຽກງານຮ່ວມມືດ້ານປ້ອງກັນຊາດ, ໃຫ້ສົມກັບສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ນິວຊີແລນ.

(ແຫຼ່ງຄັດຈາກ VOV)

ເວທີປາໄສ ແຊງຊາງ ປັກກິ່ງ ປີ 2026 ມຸ່ງໄປເຖິງບັນດາຈຸດຮ້ອນເຮັ່ງດ້ານຄວາມໝັ້ນຄົງທົ່ວໂລກ

ເວທີປາໄສ ແຊງຊາງ ປັກກິ່ງ ປີ 2026 ມຸ່ງໄປເຖິງບັນດາຈຸດຮ້ອນເຮັ່ງດ້ານຄວາມໝັ້ນຄົງທົ່ວໂລກ

ວັນ​ທີ 08 ພຶດ​ສະ​ພາ, ມີ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາດ, ນັກ​ຮ​ຽນ​ຮູ້ ແລະ ຜູ້​ຕາງ​ໜ້າກວ່າ 120 ທ່ານ​ທີ່​ມາ​ຈາກກວ່າ 40 ປະ​ເທດ ພ້ອມ​ດ້ວຍ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ຈັດກຽມ​ເວ​ທີ​ປາ​ໄສແຊ​ງ​ຊາງ ປັກ​ກິ່ງ ແນ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ຈຸດ​ຮ້ອນ​ເຮັ່ງ​ດ້ານ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ ແລະ ສາ​ກົນ, ກໍ​ຄື​ໃນ​ອະ​ນາ​ຄົດ​ຂອງ​ການ​ບໍ​ລິ​ຫານ​ທົ່ວ​ໂລກ.

Top