• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລັດ​ເຊຍ ນັບ​ມື້​ນັບ​ມີ​ການ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ໃນ​ທຸກ​ຂົງ​ເຂດ

ການພົວພັນລະຫວ່າງ ຫວຽດນາມ - ລັດເຊຍ ນັບມື້ນັບມີການພັດທະນາຢ່າງເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ດັ່ງມິງຄອຍ.

ນີ້ແມ່ນການຢັ້ງຢືນຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ດັ່ງມິງຄອຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສະຫະພັນ ລັດເຊຍ (30 ມັງກອນ 1950-30 ມັງກອນ 2025).

ຕາມທ່ານເອກອັກຄະລັດຖະທູດ ດັ້ງມິງຄອບແລ້ວ, ການພົວພັນ ຫວຽດນາມ - ລັດເຊຍໃນປັດຈຸບັນແມ່ນການສືບທອດການພົວພັນມິດຕະພາບແບບພິເສດລະຫວ່າງ ຫວຽດນາມ ແລະ ໂຊຫວຽດເກົ່າ ແລະ ດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຂອງການນຳ, ປະຊາຊົນສອງປະເທດ ການພົວພັນສອງປະເທດມີການປ່ຽນແປງຢ່າງແຮງ, ສົມກັບມູນເຊື້ອການພົວພັນອັນດີງາມລະຫວ່າງສອງຊາດ. ທ່ານຊີ້ແຈ້ງວ່່າ:

“ດ້ວຍນ້ຳໃຈອາລົມຈິດທີ່ສຸດຈິດສຸດໃຈ ແລະ ສະໜິດຕິດພັນນັ້ນ, ພ້ອມກັບບັນດາໝາກຜົນ ແລະ ບົດຮຽນປະສົບການໃນການຮ່ວມມືອັນລ້ຳຄ່າລະຫວ່າງສອງປະເທດ, ສືບຕໍ່ແມ່ນພື້ນຖານອັນໝັ້ນແກ່ນນຳການພົວພັນຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ - ລັດເຊຍ ຂຶ້ນສູ່ລະດັບສູງໃໝ່ ແລະ ມີຄຸນນະພາບໃໝ່, ນັບມື້ນັບພັດທະນາເຂົ້າສູ່ລວງເລິກໃນທຸກຂົງເຂດ, ນັບແຕ່ດ້ານການເມືອງ - ການຕ່າງປະເທດ, ເສດຖະກິດ - ການຄ້າ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕະຫຼອດຮອດວັດທະນະທຳສັງຄົມ, ວິທະຍາສາດເຕັກໂນໂລຢີ, ການສຶກສາ, ການພົບປະແລກປ່ຽນປຊະຊົນ.”

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຖະຫວາຍທູບທຽນຢູ່ພະລາຊະວັງ ທັງລອງ ແລະ ຖະຫວາຍທູບທຽນ ອາໄລຫາ ປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຖະຫວາຍທູບທຽນຢູ່ພະລາຊະວັງ ທັງລອງ ແລະ ຖະຫວາຍທູບທຽນ ອາໄລຫາ ປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67

ທ່ານເລຂາທິການໃຫຍ່ ໂຕເລິມ ພາວະນາໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ.

Top