• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ລະ​ຫວ່າງ ຫວຽດ​ນາມ - ອົດ​ສະ​ຕາ​ລີ

ຕອນບ່າຍວັນທີ 30 ພະຈິກ, ຢູ່ສຳນັກງານລັດຖະສະພາອົດສະຕາລີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ດຳເນີນການພົບປະເຈລະຈາກັບ ທ່ານ Milton Dick ແລະ ທ່ານນາງ Sue Lines ປະທານສະພາຕ່ຳ ແລະ ສະພາສູງ ອົດສະຕາລີ.
  ການພົບປະເຈລະຈາຂັ້ນສູງ ລະຫວ່າງ ຫວຽດນາມ - ອົດສະຕາລີ

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການແລກປ່ຽນການຢ້ຽມຢາມຂັ້ນສູງໃນຊ່ອງທາງພັກ, ລັ, ລັດຖະສະພາ ແລະ ການພົບປະແລກປ່ຽນປະຊາຊົນ; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດ (26/02/2023), ຍູ້ແຮງການຜັນຂະຫຍາຍໂຄງການເຄື່ອນໄຫວລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ໃນໄລຍະ 2020 – 2023 ກໍ່ຄືບັນດາຂໍ້ຕົກລົງ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ກະສິກຳ, ການສຶກສາ - ບຳລຸງສ້າງ, ທ່ອງທ່ຽວ, ວັດທະນະທຳ… ໂດຍເນັ້ນໜັກວ່າ ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢູ່, ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ການນຳລັດຖະສະພາອົດສະຕາລີສອງທ່ານ ໄດ້ເຫັນດີເປັນເອກະພາບກັນວ່າດ້ວຍບົດບາດຂອງຕົນ, ສະພາແຫ່ງຊາດສອງປະເທດ ຈະຊຸກຍູ້, ສົ່ງເສີມ, ສ້າງເງື່ອນໄຂ ໃຫ້ແກ່ການເຄື່ອນໄຫວແລກປ່ຽນສິນຄ້າ…

ສອງຝ່າຍໄດ້ເຫັນດີເປັນເອກະພາບສະໜັບສະໜູນ ພິຈາລະນາການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ອົດສະຕາລີ ໃນ ເວລາທີ່ເໝາະສົມ. ກ່ຽວກັບການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ, ການນຳສອງປະເທດໄດ້ໃຫ້ຄຳໝັ້ນສັນຍາເພີ່ມທະວີການແລກປ່ຽນບົດຮຽນປະສົບການ, ວິຊາສະເພາະກ່ຽວກັບວຽກງານນິຕິບັນຍັດ,  ແລະ ຕິດຕາມກວດກາ, ສ້າງຄວາມສະດວກໃນການເຄື່ອນໄຫວໃຫ້ກຸ່ມສະມາຊິກລັດຖະສະພາມິດຕະພາບ ຂອງສອງປະເທດ; ສົມທົບແລະສະໜັບສະໜູນເຊິ່ງກັນແລະກັນ ຢູ່ກົນໄກການຮ່ວມມືຫຼາຍຝ່າຍ, ເວທີປາໄສລັດຖະສະພາພາກພື້ນ ແລະ ສາກົນ

ສິ້ນສຸດການພົບປະເຈລະຈາ, ສອງຝ່າຍໄດ້ເຊັນຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາອົດສະຕາລີໃຫ້ແກ່ໄລຍະຕໍ່ໄປໂດຍມີເນື້ອໃນການຮ່ວມມືໃໝ່ເລິກເຊິ່ງກວ້າງຂວາງກ່ວາເກົ່າໃນໄລຍະຈະມາເຖິງ.

ແລະ ກໍ່ໃນຕອນບ່າຍຂອງວັນດຽວກັນ ຢູ່ສຳນັກງານລັດຖະສະພາອົດສະຕາລີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Antony Albanese. ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນຫາສາກົນ ແລະ ຢ້ຳຄືນຄຳໝັ້ນສັນຍາສຳລັບບົດບາດໃຈກາງຂອງອາຊຽນ ແລະ ພາກພື້ນ ແຫ່ງສັນຕິພາບ, ວັດທະນາຖາວອນ, ສະຖຽນລະພາບ, ອະທິປະໄຕ ໄດ້ຮັບການເຄົາລົບ; ໄດ້ຢັ້ງຢືນຄືນອີກເທື່ອໜຶ່ງກ່ຽວກັບການຂັດແຍ້ງກັນໃນນັ້ນມີການຂັດແຍ້ງກັນຢູ່ທະເລຕາເວັນອອກ, ຄວນໄດ້ຮັບກນາແກ້ໄຂໂດຍສັນຕິວິທີ, ຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top