ຂ່າວສານ
ການປະທະກັນຢູ່ຕາເວັນອອກກາງ: ອາເມລິກາ ຄັດຄ້ານເງື່ອນໄຂຂອງ ອີຣານ ກ່ຽວກັບການເປີດຊ່ອງແຄບທະເລ Hormuz ຄືນໃໝ່
ກໍໃນວັນດຽວກັນ, ທຳນຽບຂາວ ຢັ້ງຢືນວ່າ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ຈັດກອງປະຊຸມປິດລັບກັບບັນດາທີ່ປຶກສາດ້ານຄວາມໝັ້ນຄົງຂັ້ນສຸງ ເພື່ອປຶກສາຫາລືຂໍ້ສະເໜີຈາກ ອີຣານ ແນໃສ່ເປີດຊ່ອງແຄບທະເລ Hormuz ຄືນໃໝ່. ທ່ານນາງ Karoline Leavitt ໂຄສົກທຳນຽບຂາວ ໃຫ້ຮູ້ວ່າ ຂໍ້ສະເໜີດັ່ງກ່າວ ພວມໄດ້ຮັບການພິຈາລະນາ, ແຕ່ບໍ່ຢືນຢືນວ່າ ທ່ານປະທານາທິບໍດີ Donald Trump ຈະຍອມຮັບຫຼືບໍ່?
ໃນຂະນະນັ້ນ, ທ່ານ Abbas Araghchi ໄດ້ຕຳໜິຕິຕຽນ ອາເມລິກາ ກີດຂວາງວິວັດທະນາການແກ້ໄຂການປະທະກັນຜ່ານທາງການທູດ. ໃນການພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢູ່ Saint Petersburg ໃນວັນທີ 27 ເມສາ, ທ່ານ Araghchi ໄດ້ຍົກອອກການກະທຳຕ່າງໆ ເຊິ່ງ ເຕເຮຣານ ຖືວ່າ ກໍ່ຄວາມເຄັ່ງຕຶງ, ພ້ອມກັບບັນດາ “ຄຳຮຽກຮ້ອງທີ່ໄຮ້ເຫດຜົນ, ຫຼັກໝັ້ນທີ່ປ່ຽນແປງເລື້ອຍໆ, ການນາບຂູ່ ແລະ ການລະເມີດຄຳໝັ້ນສັນຍາຢ່າງລຽນຕິດ” ຂອງ ອາເມລິກາ.







