ຂ່າວສານ

ການ​ປ​ະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ: ອາ​ເມ​ລິ​ກາ ຄັດ​ຄ້ານ​ເງື່ອນ​ໄຂ​ຂອງ ອີ​ຣານ ກ່ຽວ​ກັບ​ການ​ເປີດ​ຊ່ອງ​ແຄບ​ທະ​ເລ Hormuz ຄືນ​ໃໝ່

ວັນ​ທີ 27 ເມ​ສາ, ທ່ານ Marco Rubio ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ປະ​ກາດ​ຂໍ້ສະ​ເໜີ​ຂອງ ອີ​ຣານ ກ່ຽວ​ກັບ​ກາ​ນ​ເປີດ​ຊ່ອງ​ແຄ​ບ​ທະ​ເລ Hormuz ຄືນ​ໃໝ່ ດ້ວຍ​ບັນ​ດາ​ເງື່ອນ​ໄຂ​ທີ່​ເຂັ້ມ​ງວດ​ນັ້ນ ແມ່ນ​ບໍ່​ສາ​ມາດ​ຍອມ​ຮັບ​ໄດ້​ສຳ​ລັບ ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ ອື່ນ. ໃນ​ການ​ໃຫ້​ສຳ​ພາດ​ຕໍ່​ Fox News, ທ່ານ Rubio ກ່າວ​ຫາ ອີ​ຣານ ຢາກ​ຄວບ​ຄຸມ​ເສັ້ນ​ທາງ​​ທະ​ເລຍຸດ​ທະ​ສາດ​ນີ້, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ອື່ນ ຕ້ອງ “​ສົມ​ທົບກັນ, ຂໍ​ອະ​ນຸ​ຍາດ ແລະ ຈ່າຍ​ຄ່າ​ທຳ​ນຽມ”.
  ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Marco Rubio ກ່າວ​ຄຳ​ເຫັນ​ໃນ​ເຫດ​ການ​ໜຶ່ງ​ຢູ່ ວໍ​ຊິງ​ຕັນ ໃນ​ວັນ​ທີ 24/4/2026. (ພາບ: AP/Rod Lamkey, Jr)  

ກໍ​ໃນ​ວັນ​ດຽວ​ກັນ, ທຳ​ນຽບ​ຂາວ ຢັ້ງ​ຢືນ​ວ່າ ທ່ານ Donald Trump ປະ​ທາ​ນາ​ທ​ິ​ບໍ​ດີ ອາ​ເມ​ລິ​ກາ ໄດ້​​ຈັດກອງ​ປະ​ຊຸມ​ປິດ​ລັບ​ກັບ​ບັນ​ດາ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ຂັ້ນ​ສຸງ ເພື່ອ​ປຶກ​ສາ​ຫາ​ລື​ຂໍ້​ສະ​ເໜີ​ຈາກ ອີ​ຣານ ແນ​ໃສ່​ເປີດ​ຊ່ອງ​ແຄບ​ທະ​ເລ Hormuz ຄືນ​ໃໝ່. ທ່ານ​ນາງ Karoline Leavitt ໂຄ​ສົກ​ທຳ​ນຽບ​ຂາວ ໃຫ້​ຮູ້​ວ່າ ຂໍ້​ສະ​ເໜີ​ດັ່ງ​ກ່າວ ພວມ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ, ແຕ່​ບໍ່​ຢືນ​ຢືນ​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຈະ​ຍອມ​ຮັບຫຼື​ບໍ່?

ໃນ​ຂະ​ນະ​ນັ້ນ, ທ່ານ Abbas Araghchi ໄດ້​ຕຳ​ໜິ​ຕິ​ຕຽນ ອາ​ເມ​ລິ​ກາ ກີດ​ຂວາງວິ​ວັດ​ທະ​ນາ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ຜ່ານ​ທາງ​ການ​ທູດ. ໃນ​ການ​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ຢູ່ Saint Petersburg ໃນ​ວັນ​ທີ 27 ເມ​ສາ, ທ່ານ Araghchi ໄດ້​ຍົກ​ອອກ​ການ​ກະ​ທຳຕ່າງໆ ເຊິ່ງ ເຕ​ເຮ​ຣານ ຖື​ວ່າ ກໍ່​ຄວາມ​ເຄັ່ງ​ຕຶງ, ພ້ອມ​ກັບບັນ​ດາ “ຄຳ​ຮຽກ​ຮ້ອງ​ທີ່​ໄຮ້​ເຫດ​ຜົນ, ຫຼັກ​ໝັ້ນ​​ທີ່​ປ່ຽນ​ແປງ​ເລື້ອຍໆ, ການ​ນາບ​ຂູ່ ແລະ ການ​ລະ​ເມີດ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ລຽ​ນ​ຕິດ” ຂອງ ອາ​ເມ​ລິ​ກາ.


top