• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ການ​ຈັດ​ຕ້ັງ ແລະ ວິ​ທີ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ກຳ​ມະ​ບານ

ກຳ​ມະ​ບານ​ຮາກ​ຖານ​ຕ້ອງ​ຕິດ​ແທດ​​ກັບຮາກ​ຖານ​ກວ່າ ແລະ​ເປັນ​ປະ​ຈຳກວ່າ, ກຳ​ແໜ້ນ​ແນວ​ຄິດ​ຈິດ​​ໃຈ, ຄວາມ​ມຸ່ງ​ຫວັງ, ເບິ່​ງ​ແຍງ​ດູ​ແລ, ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ອອກ​ແຮງ​ງານ​​ຢ່າງ​ທັນ​ການ.
  ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ​ ຮອງ​ປະ​ທານ​ປະ​ເທດ ມອບ​ຂອງ​ຂວັນ​ໃຫ້​ແກ່​ບັນ​ດາ​ຜູ້​ແທນ​ປະ​ທານ​ກຳ​ມະ​ການ​ດີ​ເດັ່ນ (ພາບ: TTXVN)  

ຕອນ​ບ່າຍ​ວັນ​ທີ 27 ເມ​ສາ, ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ, ທ່ານນາງ ຫວໍ​ທິ​ແອັງ​ຊວັນ ​ຮອງ​ປະ​ທານ​ປະ​ເທດ ໄດ້​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ປະ​ທານ​ກຳ​ມະ​ບານ​ດີ​ເດັ່ນ ໃນ​ວຽກ​ງານ​ການ​ຕ່າງ​ປະ​ເທດ ແລະ ກ​ານ​ເຈ​ລະ​ຈາ​ລວມ​ໝູ່​ປີ 2026. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ ຮອງ​ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ສືບ​ຕໍ່​ປ່ຽນ​ແປງ​ໃໝ່ການ​ຈັດ​ຕັ້ງ ແລະ ວິ​ທີ​ກາ​ນ​ເຄື່ອນ​ໄຫວ​ກຳ​ມະ​ບານ​ຢ່າງ​ແຮງ​​ຕາມ​ທິດ​ກະ​ທັດ​ລັດ, ມີ​ປະ​ສິດ​ທິ​ຜົນ, ປະ​ສິດ​ທິ​ຜົນ, ມຸ່ງ​ໄປ​ເຖິງ​ຮາກ​ຖານ​, ຖື​ສະ​ມາ​ຊິກ​ກຳ​ມະ​ບານ ແລະ ຜູ້​ອອກ​ແຮງ​ງານ​ເປັນ​ໃຈ​ກາງ. ທ່ານ​ນາງ ໃຫ້​ຮູ້​ວ່າ: ໃນ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການໃໝ່, ຕ້ອງ​ຄິດ​ເຖິງ​​ແບບວິ​ທີ, ວິ​ທີ​ການເຄື່ອນ​ໄຫວຂອງ​ອົງ​ການ​ກຳ​ມະ​ບານ​ໃນ​ສະ​ພາບ​ການ​ໃໝ່. ນັ້ນ​ແມ່ນ​ພວກ​ເຮົາ​ຕ້ອງ​ຍົກ​ສູ​ງ​ລະ​ດັບ​ຄວາມ​ຮູ້, ຄວາມ​ສາ​ມາດ, ຄວາມ​ເຂົ້າ​ໃຈ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ ນັບ​ທັງ​ທັກ​ສະ​ທີ່​ຈຳ​ເປັນ, ໃນ​ນັ້ນ​ທັກ​ສະແມ່ນ​ສຳ​ຄັນ​ທີ່​ສຸດ​ແມ່ນ​ການ​ໂອ້​ລົມ ແລະ ເຈ​ລະ​ຈາ​ລວມ​ໝູ່. ຕ້ອງ​ກຳ​ແໜ້ນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ກົດ​ໝາຍ​ຂອງ​ພັກ, ຂອງ​ລັດ, ຕ້ອງ​ເຂົ້າ​ໃຈ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​, ຫັນ​ປ່ຽນ​ຮູບ​ແບບ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ໃນ​ປັດ​ຈຸ​ບັນ​ຄື​ແນວ​ໃດ, ການຫັນ​ເປັນ​ສີ​ຂຽວ, ຫັນ​ເປັນ​ດີ​ຈີ​ຕອນ​ຄື​ແນວ​ໃດ?

ທ່ານນາງ ຫວໍ​ທິ​ແອັງ​ຊວັນ ​ຮອງ​ປະ​ທານ​ປະ​ເທດ ປາດ​ຖະ​ໜາວ່າ​ກຳ​ມະ​ບານ​ຮາກ​ຖານ​ຕ້ອງ​ຕິດ​ແທດ​​ກັບຮາກ​ຖານ​ກວ່າ ແລະ​ເປັນ​ປະ​ຈຳກວ່າ, ກຳ​ແໜ້ນ​ແນວ​ຄິດ​ຈິດ​​ໃຈ, ຄວາມ​ມຸ່ງ​ຫວັງ, ເບິ່​ງ​ແຍງ​ດູ​ແລ, ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ອອກ​ແຮງ​ງານ​​ຢ່າງ​ທັນ​ການ; ປະ​ສານ​ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ພັດ​ທະ​ນາສະ​ມາ​ຊິກ​ກຳ​ມະ​ບານ, ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ກຳ​ມະ​ການ​ໃຫ້​ເຂັ້ມ​ແຂງ, ຍູ້​ແຮງ​ການ​ໂຄ​ສະ​ນາ​ເຜີຍ​ແຜ່, ການ​ສຶກ​ສາ ແລະ ໝູນ​ໃຊ້​ກ​​ການຫັນ​ເປັນ​ດີ​ຈີ​ຕອນ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ກຳ​ມະ​ບານ​ໃນ​ສະ​ພາບ​ການ​ໃໝ່.

(ແຫຼ່ງຄັດຈາກ VOV)

Vingroup ລອດ​ເຂົ້າ top 5 ບໍ​ລິ​ສັດ​ມີ​ທຶນ​ໃຫຍ່​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

Vingroup ລອດ​ເຂົ້າ top 5 ບໍ​ລິ​ສັດ​ມີ​ທຶນ​ໃຫຍ່​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຕາມ​ຂໍ້​ມູນ​ຈາກ Companies Market Cap ແລ້ວ, ຄູນ​ຄ່າ​ໃນ​ຕະຫຼາດຫຼັກ​ຊັບ​ຂອງ Vingroup ປັດ​ຈຸ​ບັນ​ຢືນ​​ອັນ​ດັບ​ທີ 4 ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຖັດ​ຈາກ DBS Group (Singapore), Delta Electronics (ໄທ) ແລະ OCBC (Singapore).

Top