• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ: ອີ​ຣານ ຮຽກ​ຮ້ອງ​ຢຸດ​ຕິ​ສົງ​ຄາມ

ວົງ​ການ​ເຈົ້າ​ໜ້າ​ທີ່​ການ​ທະ​ຫານ ແລະ ສ້າງ​ກົດ​ໝາຍ​ອີ​ຣານ ໄດ້​ພ້ອມ​ກັນ​ຍົກ​ອອກ​ຖະ​ແຫຼງ​ການ​ທີ່​ແຂງ​ກະດ້າງ​ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ ແລະ ປະ​ຕິ​ເສດ​ຄວາມ​ສາ​ມາດ​ເຈ​ລ​ະ​ຈາ​ກັບ ອາ​ເມ​ລິ​ກາ ໃນ​ສະ​ພາບ​ການ​ປັດ​ຈຸ​ບັນ​.
ທ່​ານ Masoud Pezeshkian ​ປະ​ທາ​ນາ​ທ​ບິ​ດີ ອີ​ຣານ ກ່າວ​ຄຳ​ເຫັນ​ເມື່ອ​ມາ​ຢ້ຽມ​ຢາມ​ກະ​ຊວງ​ທາງ​ບົກ ແລະ ພັດ​ທະ​ນາ​ຕົວ​ເມືອງ (ພາບ: IRNA/VNA)

ວັນ​ທີ 21 ສິງ​ຫາ, ທ່​ານ Masoud Pezeshkian ​ປະ​ທາ​ນາ​ທ​ບິ​ດີ ອີ​ຣານ ຖື​ວ່າ​ຮອດ​ເວ​ລາແລ້ວ ທີ່​ຈະ​ຕ້ອງ​ຢຸດ​ຕິ​ການ​ປະ​ທະ​ກັນ​ແກ່​ຍາວ​ເປັນ​ເວ​ລາຫຼາຍ​ເດືອນ​ລະ​ຫວ່າງ ອີ​ຣານ ກັບ​ອ​າ​ເມ​ລິ​ກາ ແລະ ອິດ​ສະ​ລາ​ແອັນ​. ກ່າວ​ຄຳ​ເຫັນ​ທີ່ກ​ານ​ພົບ​ປະ​ກັບ​ບັນ​ດ​າ​ທ່ານ​ໝໍ​ຢູ່​ເຕ​ຮາ​ຣານ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Pezeshkian ຖື​ວ່າ ເລື່ອງ​ອາ​ເມ​ລິ​ກາ ບຸກ​ໂຈມ​ຕີ​ບັນ​ດາ​ໂຮງ​ໝໍ, ໂຮງ​ຮຽນ ແລະ ພື້ນ​ຖານ​ໂຄງ​ລ່າງ​ຂອງ​ອີ​ຣານ ແມ່ນ ລະ​ເມີດ​ບັນ​ດາ​ຂໍ້​ກຳ​ນົດ​ສາ​ກົນ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ວົງ​ການ​ເຈົ້າ​ໜ້າ​ທີ່​ການ​ທະ​ຫານ ແລະ ສ້າງ​ກົດ​ໝາຍ​ອີ​ຣານ ໄດ້​ພ້ອມ​ກັນ​ຍົກ​ອອກ​ຖະ​ແຫຼງ​ການ​ທີ່​ແຂງ​ກະດ້າງ​ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ ແລະ ປະ​ຕິ​ເສດ​ຄວາມ​ສາ​ມາດ​ເຈ​ລ​ະ​ຈາ​ກັບ ອາ​ເມ​ລິ​ກາ ໃນ​ສະ​ພາບ​ການ​ປັດ​ຈຸ​ບັນ​. ທ່ານ​​ນາຍ​ພົນ Shahram Irani ຜູ້​ບັນ​ຊາ​ການ​ກຳ​ລັງ​ທະ​ຫານ​ເຮືອ​ອີ​ຣານ ຊີ້​ແຈ້ງວ່າ ເຕ​ເຮ​ຣານ ໄດ້​ກຽມ​ພ້ອມ​ບັນ​ດາ​ວິ​ທີ​ການ​ເພື່ອ​ປົກ​ປ້ອງ​ບັນ​ດາ​ເສັ້ນ​ທາງ​ທະ​ເລ ແລະ ຊ່ອງ​ແຄບທະ​ເລ​ຍຸດ​ທະ​ສາດ​ເພື່ອ​ຮັບ​ປະ​ກັນ​ຜົ​ນ​ປະ​ໂຫຍດ​ແຫ່ງ​ຊາດ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ຊາດ.

ສຳ​ລັບ​ຝ່າຍ​ອາ​ເມ​ລິ​ກາ, ທ່ານ​ລັດ​ຖະ​ມົນ​ຕີການ​ເງິນ​ອາ​ເມ​ລິ​ກາ ໄດ້​ປະ​ກາດ​ວ່າ ວໍ​ຊິງ​ຕັນ​ຈະ​ນຳ​ໃຊ້​ກຳ​ລັງ​ກົດ​ດັ່ນ​ດ້ານ​ເສດ​ຖະ​ກິດ​ເພື່ອ​ເຮັດ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ອີ​ຣານ ອ່ອນ​​ແອລົງ ແລະ ອາ​ເມ​ລິ​ກາ ຈະ​ປະ​ກາດ​ ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ອີ​ຣານ ຕື່ມ​ອີກ ໃນ​ການປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 24 ສິງ​ຫາ

(ແຫຼ່ງຄັດຈາກ VOV)

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ພ້ອມ​ແລ້ວ​ທີ່​ຈະພ້ອມ​ກັບ ມົງ​ໂກນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ຮ່ວມ​ມື​ກັນ​ລະ​ຫວ່າງ​ບັນ​ດາ​ກຳ​ມາ​ທິ​ການ​ວິ​ຊາສະ​ເພາະ, ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາມິດ​ຕະ​ພາບ, ສະ​ມາ​ຊິກ​ລັດ​ຖະ​ສະ​ພາໜຸ່ມ

Top