ວົງການເຈົ້າໜ້າທີ່ການທະຫານ ແລະ ສ້າງກົດໝາຍອີຣານ ໄດ້ພ້ອມກັນຍົກອອກຖະແຫຼງການທີ່ແຂງກະດ້າງຢັ້ງຢືນຄວາມຕັດສິນໃຈປົກປ້ອງຜົນປະໂຫຍດແຫ່ງຊາດ ແລະ ປະຕິເສດຄວາມສາມາດເຈລະຈາກັບ ອາເມລິກາ ໃນສະພາບການປັດຈຸບັນ.
ທ່ານ Masoud Pezeshkian ປະທານາທບິດີ ອີຣານ ກ່າວຄຳເຫັນເມື່ອມາຢ້ຽມຢາມກະຊວງທາງບົກ ແລະ ພັດທະນາຕົວເມືອງ (ພາບ: IRNA/VNA)
ວັນທີ 21 ສິງຫາ, ທ່ານ Masoud Pezeshkian ປະທານາທບິດີ ອີຣານ ຖືວ່າຮອດເວລາແລ້ວ ທີ່ຈະຕ້ອງຢຸດຕິການປະທະກັນແກ່ຍາວເປັນເວລາຫຼາຍເດືອນລະຫວ່າງ ອີຣານ ກັບອາເມລິກາ ແລະ ອິດສະລາແອັນ. ກ່າວຄຳເຫັນທີ່ການພົບປະກັບບັນດາທ່ານໝໍຢູ່ເຕຮາຣານ, ທ່ານປະທານາທິບໍດີ Pezeshkian ຖືວ່າ ເລື່ອງອາເມລິກາ ບຸກໂຈມຕີບັນດາໂຮງໝໍ, ໂຮງຮຽນ ແລະ ພື້ນຖານໂຄງລ່າງຂອງອີຣານ ແມ່ນ ລະເມີດບັນດາຂໍ້ກຳນົດສາກົນ.
ແລະກໍ່ໃນວັນດຽວກັນ, ວົງການເຈົ້າໜ້າທີ່ການທະຫານ ແລະ ສ້າງກົດໝາຍອີຣານ ໄດ້ພ້ອມກັນຍົກອອກຖະແຫຼງການທີ່ແຂງກະດ້າງຢັ້ງຢືນຄວາມຕັດສິນໃຈປົກປ້ອງຜົນປະໂຫຍດແຫ່ງຊາດ ແລະ ປະຕິເສດຄວາມສາມາດເຈລະຈາກັບ ອາເມລິກາ ໃນສະພາບການປັດຈຸບັນ. ທ່ານນາຍພົນ Shahram Irani ຜູ້ບັນຊາການກຳລັງທະຫານເຮືອອີຣານ ຊີ້ແຈ້ງວ່າ ເຕເຮຣານ ໄດ້ກຽມພ້ອມບັນດາວິທີການເພື່ອປົກປ້ອງບັນດາເສັ້ນທາງທະເລ ແລະ ຊ່ອງແຄບທະເລຍຸດທະສາດເພື່ອຮັບປະກັນຜົນປະໂຫຍດແຫ່ງຊາດ ແລະ ຄວາມໝັ້ນຄົງຂອງປະເທດຊາດ.
ສຳລັບຝ່າຍອາເມລິກາ, ທ່ານລັດຖະມົນຕີການເງິນອາເມລິກາ ໄດ້ປະກາດວ່າ ວໍຊິງຕັນຈະນຳໃຊ້ກຳລັງກົດດັ່ນດ້ານເສດຖະກິດເພື່ອເຮັດໃຫ້ອຳນາດການປົກຄອງອີຣານ ອ່ອນແອລົງ ແລະ ອາເມລິກາ ຈະປະກາດ ບັນດາມາດຕະການລົງໂທດອີຣານ ຕື່ມອີກ ໃນການປະຊຸມຖະແຫຼງຂ່າວໃນວັນທີ 24 ສິງຫາ