• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ ຫວຽດ​ນາມ ຕ້ອນ​ຮັບ​ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ ສິງກ​ະ​ໂປ Halimah Yacob

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob ພ້ອມດ້ວຍສາມີ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສິງກະໂປ ມາຢ້ຽມຢາມ ລັດຖະກິດ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 16 ຫາວັນທີ 20 ຕຸລາ 2022.

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob ພ້ອມດ້ວຍສາມີ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສິງກະໂປ ມາຢ້ຽມຢາມ ລັດຖະກິດ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 16 ຫາວັນທີ 20 ຕຸລາ 2022.

   

ພິທີຕ້ອນຮັບຢ່າງເປັນທາງການຖືກຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ

ຕອນເຊົ້າວັນທີ 17 ຕຸລາ, ພິທີຕ້ອນຮັບຢ່າງເປັນທາງການຖືກຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ. ພາຍຫຼັງພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ສິງກະໂປ Halimah Yacob ນຳພາຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການພົບປະເຈລະຈາ.

ການພົບປະເຈລະຈາລະຫວ່າງສອງຝ່າຍ

ນະທີ່ນີ້, ການນຳສອງທ່ານສະແດງຄວາມເພິ່ງພໍໃຈຕໍ່ບັນດາບາດກ້າວພັດທະນາຢ່າງແຮງ, ຂະຫຍັນຂັນເຄື່ອນໃນການພົວພັນລະຫວ່າງສອງຝ່າຍ, ໂດຍສະເພາະແມ່ນກ່ຽວກັບການຮ່ວມມືທາງດ້ານເສດຖະກິດ ແລະ ເຫັນດີນຳກັນວ່າ ຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຮັກສາປະສິດທິຜົນຂອງກົນໄກຮ່ວມມືຈຸດສຸມ ໃນບັນດາຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືລະຫວ່າງວິສາຫະກິດ; ສົມທົບກັນຜັນຂະຫຍາຍປະຕິບັດກິດຈະກຳຕ່າງໆໃຫ້ເປັນຢ່າງດີ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງຄູ່ຮ່ວມມືຍຸດທະສາດ ຄົບຮອບ 10 ປີ ໃນປີ 2023. ພ້ອມດຽວກັນນັ້ນ, ສອງຝ່າຍກໍເຫັນດີຄົ້ນຄວ້າການສ້າງ “ສາຍພົວພັນຄູ່ຮ່ວມມືຍຸດທະສາດເສດຖະກິດີຈີຕອນ - ເສດຖະກິດສີຂຽວ ຫວຽດນາມ - ສິງກະໂປ” ໃນໄລຍະຈະມາເຖິງ.

   ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງ Halimah Yacob ປະທານາທິບໍດີສິງກະໂປ (ພາບ: TTXVN)

  ໃນຕອນບ່າຍຂອງວັນດຽວກັນ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຕ້ອນຮັບທ່ານນາງ Halimah Yacob ປະທານາທິບໍດີສິງກະໂປ.

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ ຫວຽດນາມ ຖືການຍພົວພັນຄູ່ຮ່ວມມືຍຸດທະສາດກັບ ສິງກະໂປ ເປັນສຳຄັນທີ່ສຸດ ແລະ ສະເໜີໃຫ້ສອງປະເທດ ເສີມຂະຫຍາຍປະສິດທິຜົນ, ການຮ່ວມມືທີ່ມີກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງ ຜ່ານການເພີ່ມທະວີການແລກປ່ຽນ, ພົບປະຄະນະຜູ້ແທນຂັ້ນສູງ ແລະ ຄະນະຜູ້ແທນທຸກຂັ້ນຜ່ານທຸກຊ່ອງທາງ; ຍົກສູງປະສິດທິຜົນການຮ່ວມມືດ້ານການຄ້າ, ການລົງທຶນ, ສ້າງເງື່ອນໄຂແກ່ການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍມອບໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ສົມທົບກັບຄູ່ຮ່ວມມືຂອງສິງກະໂປ ຢ່າງແໜ້ນແຟ້ນ ເພື່ອຫັນຂໍ້ຕົກລົງສະບັບຕ່າງໆທີ່ບັນລຸໄດ້ໃນການຢ້ຽມຢາມແຕ່ລະຄັ້ງຂອງທ່ານນາງປະທານາທິບໍດີ ປະກົດຜົນເປັນຈິງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໃຫ້ການຕ້ອນຮັບທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob (ພາບ: TTXVN)

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໃຫ້ການຕ້ອນຮັບທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob ເຊັ່ນດຽວກັນ. ເມື່ອແລກປ່ຽນກ່ຽວກັບບັນຫາຂອງພາກພື້ນ ແລະ ສາກົນ, ການນຳສອງທ່ານເຫັນດີເປັນເອກະພາບ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັກສາຄວາມສາມັກຄີ, ບົດບາດເປັນໃຈກາງຂອງ ອາຊຽນ ກໍຄືການຮັກສາຫຼັກໝັ້ນລວມຂອງ ອາຊຽນ ໃນບັນຫາທະເລຕາເວັນອອກ.

ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກໍໄດ້ໃຫ້ການຕ້ອນຮັບທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob ເຊັ່ນດຽວກັນ. 

ແຫຼ່ງຄັດຈາກ VOV

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top