• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ຫວຽດ​ນາມ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີກໍ່ແລກປ່ຽນກັບຜູ້ມີສິດເລືອກຕັ້ງກ່ຽວກັບກົນໄກ, ນະໂຍບາຍໜູນຊ່ວຍການເລີ່ມຕົ້ນທຸລະກິດ, ກໍ່ສ້າງລະບົບນິແວດໃນການເລີ່ມຕົ້ນທຸລະກິດ, ໂດຍສະເພາະແມ່ນການເລີ່ມຕົ້ນທຸລະກິດປ່ຽນແປງໃໝ່ປະດິດສ້າງໃນໝູ່ຊາວໜຸ່ມ, ໃນບັນດາມະຫາວິທະຍາໄລ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທິ່ການພົບປະກັບຜູ້ມີສິດເລືອກຕັ້ງ ນະຄອນຫ໋າຍຟ່ອງ (ພາບ: VGP/ກວາງຮ໊ຽວ)

ຕອນເຊົ້າວັນທີ 10 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບຄະນະຜູ້ແທນສະພາແຫ່ງຊາດ ນະຄອນ ຫ໋າຍຟ່ອງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ນະຄອນ ຫ໋າຍຟ່ອງກ່ອນທີ່ຈະເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຢູ່ ເມືອງ ກ໊ຽນຖຸ້ຍ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີກ່າວວ່າ:

        ຂ້າພະເຈົ້າສະເໜີຕໍ່ບັນດາສະຫາຍ, ຫວຽດນາມມີບັນດາຂໍ້ຫຍຸ້ງຍາກແຕ່ກໍ່ມີ ຈຸດດີຄວນໄດ້ຮັບການເສີມຂະຫຍາຍ. ໜຶ່ງແມ່ນມີກຳລັງແຮງງານຫຼາຍຕ້ອງຫັນປ່ຽນອາຊີບຈາກກະສິກຳໄປໃສ່ກະສິກຳທີ່ນຳໃຊ້ກົນຈັກ, ຍົກສູງສີມືອາຊີບແຮງງານ, ສະມັດຕະພັນການອອກແຮງງານໃຫ້ສູງກ່ວາ. ສອງແມ່ນຕ້ອງນຳໃຊ້ດິນໃຫ້ມີປະສິດທິຜົນຫຼາຍກ່ວາອີກ.

        ທີ່ການພົບປະ, ທ່ານນາຍົກລັດຖະມົນຕີກໍ່ແລກປ່ຽນກັບຜູ້ມີສິດເລືອກຕັ້ງກ່ຽວກັບກົນໄກ, ນະໂຍບາຍໜູນຊ່ວຍການເລີ່ມຕົ້ນທຸລະກິດ, ກໍ່ສ້າງລະບົບນິແວດໃນການເລີ່ມຕົ້ນທຸລະກິດ, ໂດຍສະເພາະແມ່ນການເລີ່ມຕົ້ນທຸລະກິດປ່ຽນແປງໃໝ່ປະດິດສ້າງໃນໝູ່ຊາວໜຸ່ມ, ໃນບັນດາມະຫາວິທະຍາໄລ.

 

ພາຍຫັງພົບປະ ກັບຜູ້ມີສິດເລືອກຕັ້ງ ແລະ ເຮັດວຽກກັບການນຳນະຄອນຫ໋າຍຟ່ອງ , ທ່ານນາຍົກລັດຖະມົນຕີໄດ້ເຂົ້າຮ່ວມພິທີເປີດສາຍການບິນ ຂອງ ບໍລິສັດການບິນ Bamboo Airway 3 ສາຍ ແມ່ນ ຫ໋າຍຟ່ອງ - ກຸຍເຍີນ, ຫ໋າຍຟ່ອງ - ນະຄອນໂຮ່ຈິີມິນ ແລະ ຫ໋າຍຟ່ອງ - ເກິນເທີ.

        ໂດຍສືບຕໍ່ໃນການປະຕິບັດງານຢູ່ຫ໋າຍຟ່ອງ, ຕອນບ່າຍວັນທີ 10 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້ເຮັດວຽກກັບການນຳຫຼັກແຫຼ່ງນະຄອນກ່ຽວກັບການພັດທະນາເສດຖະກິດ - ສັງຄົມ


ທ່ານ ວໍວັນເຖື໋ອງ ຫົວໜ້າຄະນະໂຄສະນາ ສຶກສາ ສູນກາງພັກກ່າວຄຳເຫັນທີ່ການພົບປະຜູ້ມີສິດເລືອກຕັ້ງແຂວງ ບຽນຮ່ວາ ( ພາບ: ສີຕວຽນ - TTXVN )

ແລະ ກໍ່ໃນວັນດຽວກັນ, ທ່ານ ວໍວັນເຖື໋ອງ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາ ສຶກສາ ສູນກາງພັກໄດ້ພົບປະກັບຜູ້ມີສິດເລືອກຕັ້ງແຂວງ ບຽນຮ່ວາ ກ່ອນຈະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XIV. ທີ່ການພົບປະ, ຜູ້ມີສິດເລືອກຕັ້ງແຂວງ ບຽນຮ່ວາ ຫງວຽນວັນຮູ່ງ ໃຫ້ຮູ້ວ່າໃນເວລາທີ່ຜ່ານມາ, ສູນກາງໄດ້ຍູ້ແຮງວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງນັ້ນໄດ້ຮັບການສະໜັບສະໜູນຈາກປະຊາຊົນໃນທົ່ວປະເທດ. ຜູ້ມີສິດເລືອກຕັ້ງສະເໜີວ່າຄວນມີວິທີການແກ້ໄຂຢ່າງແຮງກ່ວາອີກເພື່ອເກັບໂຮມຈຳນວນເງິນສໍ້ລາດບັງຫຼວງ ຈາກບັນດາຄະດີຕ່າງໆໃຫ້ຫຼາຍກ່ວາ.

        ກ່າວຄຳເຫັນຕໍ່ຜູ້ມີສິດເລືອກຕັ້ງແຂວງບຽນຮ່ວາ, ທ່ານ ວໍວັນເຖື໋ອງ ໃຫ້ຮູ້ວ່າ: ສຳລັບວຽກງານຕໍ່ສູ້ປ້ອງກັນການສໍ້ລາດບັງຫຼວງ, ຟຸ່ມເຟືອຍ, ໃນໄລຍະທີ່ຜ່ານມາພັກ, ລັດ ໄດ້ສຸມໃສ່ຊີ້ນຳ, ນຳພາວຽກງານດັ່ງກ່າວຢ່າງແຮງກວ່າໂດຍບໍ່ມີການຍົກເວັ້ນແຕ່ຢ່າງໃດ.

(ແຫຼ່ງຄັດຈາກ VOV)


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top