• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ພັກ, ລັດ ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​​ທ່ານ​ອະ​ດີດປະ​ທານ​ປະ​ເທດ ໂຕນ​ດຶກ​ທັ້ງ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ນຳໜ້າຄະນະການນຳ, ອະດີດການນຳພັກ, ລັດ ໄປຖະຫວາຍທູບທຽນອາໄລຫາ ຢູ່ ເຂດມໍລະດົກແຫ່ງຊາດ ອະນຸສາວາລີ ທ່ານອະດີດປະທານປະເທດ ໂຕນດຶກທັ້ງ ຢູ່ ຕາແສງ ໝີຮ່ວາຮຶງ, ນະຄອນ ລອງຊວຽນ, ແຂວງ ອານຢາງ.
  ທ່ານປະທານປະເທດ ຫວໍວັນເຖອືງ ໄປຢ້ຽມຢາມ ແລະ ເຮັດວຽກກັບຕຳຫຼວດແຂວງ ອານຢາງ (ພາບ: TTXVN)  

ເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດຂອງທ່ານອະດີດປະທານປະເທດ ໂຕນດຶກທັ້ງ (20/8/1888 – 20/8/2023), ຕອນເຊົ້າວັນທີ 19 ສິງຫາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ນຳໜ້າຄະນະການນຳ, ອະດີດການນຳພັກ, ລັດ ໄປຖະຫວາຍທູບທຽນອາໄລຫາ ຢູ່ ເຂດມໍລະດົກແຫ່ງຊາດ ອະນຸສາວາລີ ທ່ານອະດີດປະທານປະເທດ ໂຕນດຶກທັ້ງ ຢູ່ ຕາແສງ ໝີຮ່ວາຮຶງ, ນະຄອນ ລອງຊວຽນ, ແຂວງ ອານຢາງ.

ຢູ່ເຂດອານຸສາວະລີ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະ ໄດ້ຈູດທູບໃຕ້ທຽນຖະຫວາຍດອກໄມ້ດ້ວຍຄວາມເຄົາລົບນັບຖືຢ່າງສູງ ແລະ ກົ້ມຫົວໄວ້ອາໄລໜຶ່ງນາທີ ເພື່ອ ອາໄລຫາທ່ານອະດີດປະທານປະເທດ ໂຕນດຶກທັ້ງ ໂດຍແມ່ນໜຶ່ງໃນບັນດານັກຮົບລຸ້ນທຳອິດຂອງຂະບວນການກຳມະກອນ ແລະ ຂະບວນການປະຕິວັດກຳມະຊີບ ຫວຽດນາມ, ເພິ່ນໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນເພື່ອພາລະກິດແຫ່ງການປະຕິວັດຊົນຊາດປະຊາທິປະໄຕ ປະຊາຊົນ ແລະ ການປະຕິວັດສັງຄົມນິຍົມ.

ຫຼັງຈາກນັ້ນໃນຕອນເຊົ້າວັນດຽວກັນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດປະຊາຊົນ (19/8/1945 - 19/8/2023), ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຕຳຫຼວດແຂວງ ອານຢາງ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ:

ເພື່ອຍາດໄດ້ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັກແພງຢ່າງແທ້ຈິງຂອງປະຊາຊົນ, ກຳລັງຕຳຫຼວດຕ້ອງສຸມໃສ່ປະຕິບັດໜ້າທີ່ກໍ່ສ້າງກຳລັງປອດໄສ, ໝັ້ນຄົງເຂັ້ມແຂງ. ກ່ຽວກັບແນວຄິດຈິດໃຈ, ທັດສະນະ ຜູ້ໃດກໍ່ເວົ້າໄດ້ສິ່ງນັ້ນ, ແຕ່ເພື່ອປະຕິບັດໄດ້ສິ່ງນັ້ນໃນຕົວຈິງ ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມ ຍິ່ງໄປກ່ວານັ້ນແມ່ນການເສຍສະຫຼະຂອງພະນັກງານ, ນັກຮົບແຕ່ລະຄົນ ເພື່ອໃຫ້ພະນັກງານ, ນັກຮົບຕຳຫຼວດປະຊາຊົນແຕ່ລະຄົນກາຍເປັນຜູ້ທີ່ມີຮູບພາບທີ່ສວຍງາມຂອງຕຳຫຼວດປະຊາຊົນ. ເມື່ອເຫັນພະນັກງານນັກຮົບຕຳຫຼວດ ປະຊາຊົນຮູ້ສຶກມີຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັກແພງ ແລະ ອຸ່ນອຽງໃຈມອບການຮັກສາຄວາມສະຫງົບສຸກຂອງຕົນໃຫ້ແກ່ພະນັກງານນັກຮົບຕຳຫຼວດ. ນີ້ແມ່ນຄວາມຮຽກຮ້ອງຕ້ອງການທີ່ສຳຄັນທີ່ສຸດ.

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top