• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ນະ​ຄອນ ໂຮ່​ຈີ​ມິນ ຕ້ອນ​ຮັບ​ປະ​ທານກຳ​ມາ​ທິ​ການ​ຍຸ​ຕິ​ທຳສະ​ພາ​ແຫ່ງ​ຊາດ ລາວ

ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ໃຫ້ໝັ້ນຄົງຂະຫນົງແກ່ນໄປຊົ່ວກາລະນານ.
  ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ມອບຂອງຂວັນໃຫ້ແກ່ທ່ານ ຄຳແພງ ວິລະພັນ, ປະທານກຳມາທິການຍຸຕິທຳສະພາແຫ່ງຊາດ ລາວ (ພາບ:TTXVN)  

ຕອນບ່າຍວັນທີ 28 ມີນາ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ ຄຳແພງ ວິລະພັນ, ປະທານກຳມາທິການຍຸຕິທຳສະພາແຫ່ງຊາດ ລາວ, ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ, ຢັ້ງຢືນວ່າ: ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ໃຫ້ໝັ້ນຄົງຂະນົງແກ່ນໄປຊົ່ວກາລະນານ.

ສ່ວນທ່ານ ຄຳແພງ ວິລະພັນ ປະທານກໍາມາທິການຍຸຕິທຳສະພາແຫ່ງຊາດ ລາວ ມີຄວາມປາດຖະໜາຢາກສືບຕໍ່ໄດ້ຮັບການຮ່ວມມື, ຊ່ວຍເຫຼືອຈາກນະຄອນ ໂຮ່ຈີມິນ, ໂດຍສະເພາະແມ່ນໃນຂົງເຂດກ່ຽວຂ້ອງເຖິງການສ້າງກົດໝາຍ, ຕິດຕາມກວດກາຍຸຕິທຳ; ແລະ ຢັ້ງຢືນວ່າ ລາວ ຍາມໃດກໍພ້ອມແລ້ວທີ່ຈະເຮັດຈົນສຸດຄວາມສາມາດ, ພ້ອມກັບ ຫວຽດນາມ ເພື່ອປັບປຸງ, ເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາງ ຫງວຽນທິເລະ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ແລະ ທ່ານຄຳແພງ ວິລະພັນ ໄດ້ພົບປະເຈລະຈາ, ແລກປ່ຽນບົດຮຽນ, ປະສົບການໃນວຽກງານຕິດຕາມກວດກາໃນຂົງເຂດຍຸຕິທຳ ແລະ ຄົ້ນຄວ້າແກ້ໄຂຄຳຮ້ອງທຸກຂອງພົນລະເມືອງ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top