• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ນັດ​ສາ​ມັນ​: ໃຫ້​ບຸ​ລິ​ມະ​ສິດ​ແກ່​ການ​ຊຸກ​ຍູ້​ການ​ເຕີບ​ໂຕ

ລັດຖະບານໄດ້ເຫັນດີເປັນເອກະພາບເລືອກເອົາແຜນການເຕີບໂຕສູງທີ່ສຸດໃນປີນີ້ ແມ່ນການເຕີບໂຕເສດຖະກິດທົ່ວປີ ບັນລຸລະດັບປະມານ 6%, ໄຕມາດທີ IV ຕ້ອງເພີ່ມຂຶ້ນ 10,6% ເພື່ອສືບຕໍ່ສຸຊົນບັນລຸໄດ້ໝາກຜົນສູງທີ່ສຸດທີ່ສາມາດບັນລຸໄດ້ໃນທົ່ວປີ.
ການຖະແຫຼງຂ່າວລັດຖະບານນັດສາມັນ (ພາບ: VGP)

ຕອນບ່າຍວັນທີ 30 ກັນຍາ, ຫ້ອງວ່າການລັດຖະບານໄດ້ຈັດການຖະແຫຼງຂ່າວລັດຖະບານນັດສາມັນປະຈຳເດືອນກັນຍາ 2023. ການຖະແຫຼງຂ່າວໄດ້ດຳເນີນພາຍຫຼັງວາລະປະຊຸມລັດຖະບານນັດສາມັນປະຈຳເດືອນ ກັນຍາ ປີ 2023 ແລະ ກອງປະຊຸມທາງໄກລະຫວ່າງລັດຖະບານ ກັບບັນດາທ້ອງຖິ່ນ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. 

ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ເຈິ່ນວັນເຊີນ, ໂຄສົກລັດຖະບານ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ລັດຖະບານ ຈະສືບຕໍ່ໃຫ້ບຸລິມະສິດ ແກ່ການຊຸກຍູ້ການເຕີບໂຕ, ສຸມໃສ່ໃຫ້ແກ່ອຸດສາຫະກຳ, ຈຸດສຸມແມ່ນ ອຸດສາກະກຳປຸງແຕ່ງ ແລະ ປະດິດສ້າງ, ຍູ້ແຮງການສ້າງພື້ນຖານໂຄງລ່າງຫັນເປັນດີຈີຕອນ, ເພີ່ມທະວີການແບ່ງຂັ້ນ, ແບ່ງສິດ, ຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ. ລັດຖະບານໄດ້ເຫັນດີເປັນເອກະພາບເລືອກເອົາແຜນການເຕີບໂຕສູງທີ່ສຸດໃນປີນີ້ ແມ່ນການເຕີບໂຕເສດຖະກິດທົ່ວປີ ບັນລຸລະດັບປະມານ 6%, ໄຕມາດທີ IV ຕ້ອງເພີ່ມຂຶ້ນ 10,6% ເພື່ອສືບຕໍ່ສຸຊົນບັນລຸໄດ້ໝາກຜົນສູງທີ່ສຸດທີ່ສາມາດບັນລຸໄດ້ໃນທົ່ວປີ.

ທີ່ການຖະແຫຼງຂ່າວ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຈິ່ນກວັກເຟືອງ ໄດ້ແບ່ງປັນບັນດາຄວາມສາມາດບົ່ມຊ້ອນ, ໂອກາດພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳຂອງ ຫວຽດນາມ. ຕາມນັ້ນແລ້ວ, ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອາເມລິກາ Joe Biden  ກໍ່ຄືການໄປປະຕິບັດງານຢູ່ ອາເມລິກາ ຜ່ານມາ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປີດໂອກາດຮ່ວມມືຫຼາຍຢ່າງ, ໃນນັ້ນມີ ຂົງເຂດອຸດສາຫະກຳ ເຄິ່ງຊັກນຳ.

(ແຫຼ່ງຄັດຈາກ VOV)

ມະຫາໄຊລະດູບານໃໝ່ 1975 ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຫວັດສາດຂອງຊາດ ຫວຽດນາມ

ມະຫາໄຊລະດູບານໃໝ່ 1975 ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຫວັດສາດຂອງຊາດ ຫວຽດນາມ

ທ່ານປະທານປະເທດ ຢືນຢັນວ່າ ມະຫາໄຊລະດູບານໃໝ່ 1975, ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຫວັດສາດນັບພັນປີແຫ່ງການຕໍ່ສູ້, ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດ ຫວຽດນາມ.

Top