ຂ່າວສານ
ການໂອ້ລົມສົນທະນານະໂຍບາຍ “ການໜູນຊ່ວຍແມ່ຍິງພັດທະນາການທຳມາຫາກິນ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດພາຍຫລັງຜົນສະທ້ອນຈາກໂລກລະບາດໂຄວິດ - 19”
ການໂອ້ລົມສົນທະນານະໂຍບາຍແມ່ນເຫດການທຳອິດໃນລະບົບບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນແມ່ຍິງສາກົນ ຄືວັນທີ 8 ມີນາ ປີ 2022 ໂດຍອົງການສປຊ ປະຈຳ ຫວຽດນາມ ຈັດຂຶ້ນ ດ້ວຍຫົວຂໍ້ທົ່ວໂລກ ແມ່ນ “ຄວາມສະເໝີພາບໃນມື້ນີ້ ເພື່ອອະນາຄົດແບບຍືນຍົງ”. ມີຜູ້ແທນກ່ວາ 100 ຄົນ ໄດ້ເຂົ້າຮ່ວມແບບທາງໄກ ເຊິ່ງມາຈາກບັນດາແຂວງ, ນະຄອນ ໃນທົ່ວປະເທດ ໄດ້ຕັ້ງຫຼາຍຄຳຖາມໃຫ້ແຂກຖືກເຊີນ ກ່ຽວກັບບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍເຊິ່ງແມ່ຍິງຕ້ອງປະເຊີນໜ້າໃນວິວັດການພັດທະນາການທຳມາຫາກິນໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ຄືການສຳຜັດດ້ານເຕັກນິກ ແລະ ເຕັກໂນໂລຢີ, ການເຊື່ອມຕໍ່ການຜະລິດ, ປຸງແຕ່ງ ແລະ ຊົມໃຊ້ຜະລິດຕະພັນກະສິກຳ, ໄດ້ກູ້ຢືນທຶນ ເພື່ອລົງທຶນເຂົ້າເຕັກໂນໂລຢີເຄື່ອງຈັກ ໃຫ້ແກ່ບັນດາວິສາຫະກິດ, ສະຫະກອນໂດຍແມ່ຍິງແມ່ນເຈົ້າຂອງ, ບັນດາຫຼັກສູດບຳລຸງສ້າງວິຊາຊີບ ແລະ ສ້າງວຽກເຮັດງານທຳສີຂຽວໃຫ້ແກ່ແມ່ຍິງ, ບັນດານະໂຍບາຍ ແລະ ໂຄງການກ່ຽວກັບການຮັບມື, ຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ ບູລິມະສິດໃຫ້ແກ່ແມ່ຍິງ. ໝາກຜົນຂອງການແລກປ່ຽນປຶກສາຫາລືໃນການໂອ້ລົມສົນທະນາຈະປະກອບສ່ວນຊຸກຍູ້ຂໍ້ສະເໜີບັນດານະໂຍບາຍໜູນຊ່ວຍແມ່ຍິງໃນການພັດທະນາການຫາເງິນລ້ຽງຊີບໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ ໃນໄລຍະຈະມາເຖິງ, ພິເສດແມ່ນໃນສະພາບຟື້ນຟູເສດຖະກິດພາຍຫຼັງຄວບຄຸມໂລກລະບາດໂຄວິດ - 19 ໄດ້.