• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການໂອ້ລົມສົນທະນາທາງອອນລາຍ ລະຫວ່າງ ເລຂາທີໜຶ່ງ ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ເລຂາສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ

      ຕອນບ່າຍວັນທີ 18 ມີນາ, ທ່ານ ຫງວຽນແອັງຕວັນ ເລຂາທີໜຶ່ງ ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ, ປະທານ ສະຫະພັນຊາວໜຸ່ມ ຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງຊາດ ກ່ຽວກັບຊາວໜຸ່ມ ຫວຽດນາມ ໄດ້ມີການໂອ້ລົມສົນທະນາທາງອອນລາຍ ກັບ ທ່ານ ອາລຸນໄຊ ສູນນະລາດ ເລຂາສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ  
ທ່ານ ຫງວຽນແອັງຕວັນ ເລຂາທີໜຶ່ງ ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ, ປະທານ ສະຫະພັນຊາວໜຸ່ມ ຫວຽດນາມ
      ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ແລກປ່ຽນບັນດາເນື້ອໃນຮ່ວມມືລະຫວ່າງສອງອົງການຊາວໜຸ່ມໃນໄລຍະທີ່ຜ່ານມາ. ຕາມນັ້ນແລ້ວ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ຍູ້ແຮງວຽກງານໂຄສະນາ, ສຶກສາກ່ຽວກັບມູນເຊື້ອສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ ໃຫ້ແກ່ໄວໜຸ່ມສອງປະເທດ, ສືບຕໍ່ຈັດຕັ້ງບັນດາການພົບປະຊາວໜຸ່ມ, ນັກສຶກສາຕາມຮູບການທີ່ເໝາະສົມກັບສະພາບການເກີດໂລກລະບາດໂຄວິດ - 19, ຈັດຕັ້ງການບຳລຸງສ້າງພະນັກງານເຮັດວຽກງານຄະນະຊາວໜຸ່ມ, ສະມາຄົມຊາວໜຸ່ມລະຫວ່າງສອງປະເທດ; ກະກຽມເຊັນໂຄງການຮ່ວມມືໄລຍະ 2022 – 2027 ໃນຂອບເຂດໂຄງການພົບປະມິດຕະພາບປີ 2022.
        ພ້ອມກັນນັ້ນ, ສອງຝ່າຍກໍ່ສືບຕໍ່ສາມັກຄີກັນ, ສະໜິດຕິດພັນ, ໜູນຊ່ວຍ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາການເຄື່ອນໄຫວພົວພັນຮ່ວມມືຂອງຊາວໜຸ່ມຫຼາຍຝ່າຍໃນພາກພື້ນ ແລະ ໂລກ, ເປັນຕົ້ນແມ່ນກົນໄກຮ່ວມມືຊາວໜຸ່ມ ອາຊຽນ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top