• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການແຂ່ງຂັນກິລາເພື່ອຮັດແໜ້ນນ້ຳໃຈມິດຕະພາບ ອາຊຽນ

ການແຂ່ງຂັນກິລາເພື່ອຮັດແໜ້ນນ້ຳໃຈມິດຕະພາບ ອາຊຽນ
(ພາບປະກອບ)
       ວັນ​ທີ 08/04 ຢູ່ Jakarta ​ປະ​ເທດ ອິນ​ໂດ​ເນ​ເຊຍ ໄດ້​ດຳ​ເນີນການ​​ແຂ່ງຂັນ​ກິລາ​ລະຫວ່າງ​ສະຖານທູດ​ບັນດາ​ປະ​ເທດ ອາ​ຊຽນ ປະຈຳ ອິນ​ໂດ​ເນ​ເຊຍ ​ແລະ ຄະນະ​ເລຂາ ອາ​ຊຽນ. ນີ້​ແມ່ນ​ການ​ເຄື່ອນ​ໄຫ​ວ ທີ່​ໄດ້ຮັບ​ການ​ຈັດ​ຕັ້ງ​ຕາມ​ຂໍ້​ລິ​ເລີ່​ມຂອງ​ສະຖານທູດ ຟີ​ລິບ​ປີນ ປະຈຳ ອິນ​ໂດ​ເນ​ເຊຍ, ​ເຊິ່ງນອນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​​ມຸ່ງ​ໄປ​ເຖິງ​ການສະ​ເຫຼີມສະຫຼ​ອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ອາ​ຊຽນ (1967 - 2017). ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ ອາ​ຊຽນ ປະຈຳ ອິນ​ໂດ​ເນ​ເຊຍ, ຄະນະ​ເລຂາ ອາ​ຊຽນ ​ແລ​ະ ບັນດາ​ພະນັກງານ, ພາລະ​ກອນ​ການ​ທູດ ພ້ອມ​ກັນ​ແຂ່ງຂັນ Bowling. ລາງວັນ​ທີ 1 ​ແມ່ນຂຶ້ນ​ກັບ ຟີ​ລິບ​ປີນ, ສ່ວນ ອິນ​ໂດ​ເນ​ເຊຍ ຄ້ວາ​ໄດ້​ລາງວັນ​ທີ 2 ​ແລະ ລາງວັນ​ທີ 3 ຂຶ້ນ​ກັບ ມາ​ເລ​ເຊຍ.
 (ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top