• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເສຍສະຫຼະຊີວິດ ແລະ ການອຸທິດສ່ວນຂອງບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ເຮັດໃຫ້ປະຫວັດສາດຂອງຊາດສະຫງ່າຜ່າເຜີຍຂຶ້ນຕື່ມອີກ

ໃນຈົດໝາຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກເຖິງການເສຍສະຫຼະ ແລະ ການອຸທິດສ່ວນຂອງລຸ້ນພໍ່, ລຸ້ນອ້າຍໄດ້ເຮັດໃຫ້ປະຫວັດສາດຂອງຊາດສະຫງ່າຜ່າເຜີຍຍິ່ງໆຂຶ້ນ
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (ພາບ: VNA)  

ເນື່ອງ​ໃນ​ໂອ​ກາດ​ລະ​ລຶກ 79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ (27 ກໍ​ລະ​ກົດ 1947 – 27 ກໍ​ລະ​ກົດ 2026), ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ຝາກຈົດ​ໝາຍ​ເຖິງ​ບັນ​ດາ​ແມ່​ ຫວຽດ​ນາມ ວິ​ລະ​ຊົນ, ນັກ​ຮົບ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ, ນັກ​ຮົບ​ວິ​ລະ​ຊົນ​ແຮງ​ງານ, ບັນ​ດາ​ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​ປ່ວຍ, ຍາດ​ຕິ​ພີ່​ນ້ອງ​ບັນ​ດາ​ນັກ​ນົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່​ອ​ຊາດ, ນັກ​ຮົບ​ເກົ່າ, ອະ​ດີດ​ຕຳ​ຫຼວດ​ປະ​ຊາ​ຊົນ, ອະ​ດີດ​ຊາວ​ໜຸ່ມ​ຕະ​ລຸມ​ບອນ, ຜູ້​ເຂົ້າ​ຮ່ວມບັ້ນ​ການ​ຕໍ່​ຕ້ານ ແລະ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ​ໝົດ​ທຸກ​ຄົນ.

ໃນ​ຈ​ົດ​ໝາຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເນັ້​ນ​ໜັກ​ເຖິງ​ການ​ເສຍ​ສະ​ຫຼະ ແລະ ການ​ອຸ​ທິດ​ສ່ວນ​ຂອງ​ລຸ້ນ​ພໍ່, ລຸ້ນ​ອ້າຍ​ໄດ້​ເຮັດໃຫ້​ປະ​ຫວັດ​ສາດ​ຂອງ​ຊາດ​ສະ​ຫງ່າ​ຜ່າ​ເຜີຍ​ຍິ່ງໆ​ຂຶ້ນ, ເພີ່ມ​ພູນ​ຄູນ​ສ້າງຄຸນ​ນະ​ທາດ, ຈຸດລັກສະນະພິເສດ ແລະ ກຳ​ລັງ​ແຮງ​ຂອງ ຫວຽດ​ນາມ ຜ່ານ​ຍຸກ​ສະ​ໄໝ​ຕ່າງໆ. ​ການຕອບ​ບຸນ​ແທນ​ຄຸນ​ແມ່ນ​ຫຼັກ​ສິ​ນ​ທຳ​ນັບ​ພັນ​ປີ​ມານີ້​ຂອງ​ຊາດ ຫວຽດ​ນາມ ແລະ ສິ່ງທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ເພື່​ອ​ລະລຶກເຖິງ​ບັນ​ດາ​ຜູ້​ທີ່​ໄດ້​ອຸດ​ທິດ​ສ່ວນ ແລະ ເສຍ​ສະ​ຫຼະ​ຊີ​ວິດ​ ​ນັ້ນ​ກໍ່ແມ່ນ​ສືບ​ຕໍ່​ຮັກ​ສາ​ຜົນ​ງານ​ການ​ປະ​ຕິ​ວັດ, ສ້າງ​ປະ​ເທດ​ ຫວຽດ​ນາມ ແຫ່ງ​ສັນ​ຕິ​ພາບ, ເອ​ກະ​ລາດ, ປະ​ຊາ​ທິ​ປະ​ໄຕ, ຮັ່ງ​ມີ​ເຂັ້ມ​ແຂງ, ສີ​ວິ​ໄລ, ຜາ​ສຸກ. ທ່ານ​ສະ​ເໜີ​ຕ້ອງ​ສືບ​ຕໍ່​ປະ​ຕິ​ບັດ​ການ​ຫັນ​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ​ດ້ວຍ​ການ​ໜູນ​ຊ່ວຍ ແລະ ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​​ລະ​ອຽດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ລາວ ຢັ້ງ​ຢືນ​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ແມ່ນ​ສາຍ​ພົວ​ພັນ​ມີ​ໜຶ່​ງ​ບໍ່​ມີ​ສອງ

ສື່ມວນ​ຊົນ​ລາວ ຢັ້ງ​ຢືນ​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ແມ່ນ​ສາຍ​ພົວ​ພັນ​ມີ​ໜຶ່​ງ​ບໍ່​ມີ​ສອງ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລາວ - ຫວຽດ​ນາມ ຄົບ​ຮອບ 49 ປີ (18/07/1977 – 18/07/2026), ໜັງ​ສື​ພິມ ປະ​ເທດ​ລາວ ຂອງສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວ ຫາ​ກໍ່​ລົງ​ບົດ​ຂຽນ​ໂດຍ​ຢັ້ງ​ຢືນ “ສາຍ​ພົວ​ພັນ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ແມ່ນ​ສາຍ​ພົວ​ພັນ​ມີ​ໜຶ່ງ​ບໍ່​ມີ​ສອງ​ໃນ​ໂລກ”.

Top