ໃນຈົດໝາຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກເຖິງການເສຍສະຫຼະ ແລະ ການອຸທິດສ່ວນຂອງລຸ້ນພໍ່, ລຸ້ນອ້າຍໄດ້ເຮັດໃຫ້ປະຫວັດສາດຂອງຊາດສະຫງ່າຜ່າເຜີຍຍິ່ງໆຂຶ້ນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (ພາບ: VNA)
ເນື່ອງໃນໂອກາດລະລຶກ 79 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2026), ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຝາກຈົດໝາຍເຖິງບັນດາແມ່ ຫວຽດນາມ ວິລະຊົນ, ນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນ, ນັກຮົບວິລະຊົນແຮງງານ, ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດຕິພີ່ນ້ອງບັນດານັກນົບເສຍສະຫຼະຊີວິດເພື່ອຊາດ, ນັກຮົບເກົ່າ, ອະດີດຕຳຫຼວດປະຊາຊົນ, ອະດີດຊາວໜຸ່ມຕະລຸມບອນ, ຜູ້ເຂົ້າຮ່ວມບັ້ນການຕໍ່ຕ້ານ ແລະ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດໝົດທຸກຄົນ.
ໃນຈົດໝາຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກເຖິງການເສຍສະຫຼະ ແລະ ການອຸທິດສ່ວນຂອງລຸ້ນພໍ່, ລຸ້ນອ້າຍໄດ້ເຮັດໃຫ້ປະຫວັດສາດຂອງຊາດສະຫງ່າຜ່າເຜີຍຍິ່ງໆຂຶ້ນ, ເພີ່ມພູນຄູນສ້າງຄຸນນະທາດ, ຈຸດລັກສະນະພິເສດ ແລະ ກຳລັງແຮງຂອງ ຫວຽດນາມ ຜ່ານຍຸກສະໄໝຕ່າງໆ. ການຕອບບຸນແທນຄຸນແມ່ນຫຼັກສິນທຳນັບພັນປີມານີ້ຂອງຊາດ ຫວຽດນາມ ແລະ ສິ່ງທີ່ມີຄວາມໝາຍທີ່ສຸດເພື່ອລະລຶກເຖິງບັນດາຜູ້ທີ່ໄດ້ອຸດທິດສ່ວນ ແລະ ເສຍສະຫຼະຊີວິດ ນັ້ນກໍ່ແມ່ນສືບຕໍ່ຮັກສາຜົນງານການປະຕິວັດ, ສ້າງປະເທດ ຫວຽດນາມ ແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ສີວິໄລ, ຜາສຸກ. ທ່ານສະເໜີຕ້ອງສືບຕໍ່ປະຕິບັດການຫັນວຽກງານຕອບບຸນແທນຄຸນດ້ວຍການໜູນຊ່ວຍ ແລະ ນະໂຍບາຍບຸລິມະສິດລະອຽດໃຫ້ປະກົດຜົນເປັນຈິງ.