• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃໝ່

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນໃໝ່ ເນັ້ນ​ໜັກ​ວ່າ “ປະ​ເທດ ​ອັງ​ກິດ ​ຕ້ອງ​ສະ​ແດງ​ໃຫ້​ໂລກ​ເຫັນ​ວ່າ ​ອີກ​ຄັ້ງ​ໜຶ່ງ, ​ອົງ​ກິດ ​ສາ​ມາດ​ຍາດ​ໄດ້​ຄວາມ​ໝັ້ນ​ທ່ຽງ​ໃຫ້​ແກ່​ປະ​ເທດ​ຕົນຄືນອີກ”.
ທ່ານ Andy Burnhamນາ​ຍົກ​ລັດ​ຖະ​ມົນ​ຕີຄົນ​ໃໝ່​ຂອງ​ປະ​ເທດ ອັງ​ກິດ ກ່າວ​ຄຳ​ເຫັນ​ຢູ່​ສຳນັກງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຮືອນ​ເລກ​ທີ 10 ຖະ​ໜົນ Downing (ພາບ: ຊິນຮົວ/VNA))
ວັນ​ທີ 20 ກໍ​ລະ​ກົດ, ທ່ານ Andy Burnham ໄດ້​ກາຍ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີຄົນ​ໃໝ່​ຂອງ​ປະ​ເທດ ອັງ​ກິດ ​ຢ່າງ​ເປັນ​ທາງ​ການ, ແທນ​ທ່ານ Keir Starmer, ​ຂະ​ນະ​ທີ່​ໄດ້​ເຫັນ​ດີ​ຕໍ່​ຄຳ​ສະ​ເໜີ​ຂອງ​ ກະ​ສັດ Charles III ກ່ຽວ​ກັບ​ເລື່ອງ​ສ້າງ​ຕັ້ງລັດ​ຖະ​ບານ​ຊຸດ​ໃໝ່. ໃນ​ບົດ​ກ່າວ​ຄຳ​ເຫັນ​ທຳ​ອິດ​ໃນ​ຖາ​ນະ​ເປັນ​ຜູ້​ນຳ​ລັດ​ຖະ​ບານ, ທ່ານ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ນຳ​ປະ​ເທດ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ທີ່ເປັນ​ປົກ​ກະ​ຕິກວ່າ, ພ້ອມ​ທັງ​ມຸ່ງ​ໄປ​ເຖິງ “ຮູບ​ແບບ​ເສດ​ຖະ​ກິດ​ໃໝ່, ຮູບ​ແບບ​ການ​ເມືອງ​ໃໝ່”. ກ່າວ​ຄຳ​ເຫັນ​ຢູ່ນອກ​ສຳນັກງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຮືອນ​ເລກ​ທີ 10 ຖະ​ໜົນ Downing, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນໃໝ່ ເນັ້ນ​ໜັກ​ວ່າ “ປະ​ເທດ ​ອັງ​ກິດ ​ຕ້ອງ​ສະ​ແດງ​ໃຫ້​ໂລກ​ເຫັນ​ວ່າ ​ອີກ​ຄັ້ງ​ໜຶ່ງ, ​ອົງ​ກິດ ​ສາ​ມາດ​ຍາດ​ໄດ້​ຄວາມ​ໝັ້ນ​ທ່ຽງ​ໃຫ້​ແກ່​ປະ​ເທດ​ຕົນຄືນອີກ”. ໄປ​ຄຽງ​ຄູ່​ກັບ​ບັນ​ດາ​ຖະ​ແຫຼງ​ການ​ທີ່​ມີ​ລັກ​ສະ​ນະ​ກຳ​ນົດ​ທິດ, ວິ​ວັດ​ການ​ບູລະນະ​ກົງ​ຈັກ​ລັດ​ຖະ​ບານ​ຄືນ​ໃໝ່​ກໍ່​ຈະ​ເລີ່ມ​ປະ​ຕິ​ບັດ.

(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ລາວ ຢັ້ງ​ຢືນ​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ແມ່ນ​ສາຍ​ພົວ​ພັນ​ມີ​ໜຶ່​ງ​ບໍ່​ມີ​ສອງ

ສື່ມວນ​ຊົນ​ລາວ ຢັ້ງ​ຢືນ​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ແມ່ນ​ສາຍ​ພົວ​ພັນ​ມີ​ໜຶ່​ງ​ບໍ່​ມີ​ສອງ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລາວ - ຫວຽດ​ນາມ ຄົບ​ຮອບ 49 ປີ (18/07/1977 – 18/07/2026), ໜັງ​ສື​ພິມ ປະ​ເທດ​ລາວ ຂອງສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວ ຫາ​ກໍ່​ລົງ​ບົດ​ຂຽນ​ໂດຍ​ຢັ້ງ​ຢືນ “ສາຍ​ພົວ​ພັນ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ແມ່ນ​ສາຍ​ພົວ​ພັນ​ມີ​ໜຶ່ງ​ບໍ່​ມີ​ສອງ​ໃນ​ໂລກ”.

Top