• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເລືອກຕັ້ງຢູ່ ອາເມລິກາ 2020: ຜູ້ສະໝັກເລືອກຕັ້ງ Joe Biden ມີຄະແນນລືນກາຍປະທານາທິບໍດີ ອາເມລິກາ Donald Trump 9 ຄະແນນ

      ຕາມໝາກຜົນຂອງການຢັ່ງຫາງສຽງໂດຍຊ່ອງໂທລະພາບ Fox News ປະກາດໃນວັນທີ 29 ມີນາວ່າ, ທ່ານ Joe Biden ຜູ້ສະໝັກເລືອກຕັ້ງຂອງພັກປະຊາທິປະໄຕພວມມີຄະແນນລືນກາຍທ່ານ Donald Trump ປະທານາທິບໍດີອາເມລິກາ 9 ຄະແນນ. 

ທ່ານ Joe Biden ອະດີດຮອງປະທານາທິບໍອາເມລິກາ ແລະ ທ່ານ Donald Trump ປະທານາທິບໍດີອາເມລິກາ
(ພາບ: AFP/TTXVN)
      ໝາກຜົນຂອງການສຳຫຼວດໃຫ້ຮູ້ວ່າ ທ່ານ Joe Biden ອະດີດຮອງປະທານາທິບໍດີໄດ້ຮັບອັດຕາສະໜັບສະໜູນ 49% ຈາກບັນດາຜູ້ເຂົ້າຮ່ວມການຢັ່ງຫາງສຽງ, ໃນຂະນະນັ້ນ ທ່ານ Donald trump ປະທານາທິບໍດີອາເມລິກາ ໄດ້ຮັບອັດຕາສະໜັບສະໜູນແມ່ນ 40%. 11% ຈຳນວນຜູ້ຖືກຖາມໃຫ້ຮູ້ວ່າ ຍັງບໍ່ທັນຕັດສິນໃຈ ຫຼື ຈະປ່ອນບັດເລືອກຕັ້ງເອົາຜູ້ອື່ນ.
            ປັດຈຸບັນ ທ່ານ Joe Biden ພວມຊຸກຍູ້ຍຸດທະສາດຫາສຽງເລືອກຕັ້ງຂອງຕົນຢ່າງແຮງເມື່ອປະກາດແຜນການຊຸກຍູ້ການພັດທະນາເສດຖະກິດອາເມລິກາ, ເຊິ່ງພວມຖືກຜົນກະທົບທາງລົບຍ້ອນໂລກລະບາດ Covid – 19. ໃນຂະນະນັ້ນ, ທ່ານ Donald trump ໄດ້ລົງທາງອິນເຕີແນດເທບວິດີໂອກ່ຽວກັບຍຸດທະຍາດຫາສຽງເລືອກຕັ້ງຄືນໃໝ່ຂອງຕົນ, ໃນນັ້ນໄດ້ຍົກໃຫ້ເຫັນຢ່າງຈະແຈ້ງບັນດາມາດຕະການຮັບມືຂອງອຳນາດການປົກຄອງທີ່ມີຕໍ່ກັບໂລກລະບາດ Covid – 19, ພ້ອມທັງຍ້ອງຍໍຊົມເຊີຍປະຊາຊົນອາເມລິກາ ທີ່ມີຄວາມສາມັກຄີກັນໃນການສະກັດກັ້ນໂລກລະບາດ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top