• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຈລະຈາ CEPA ຫວຽດນາມ - UEA ສິ້ນສຸດໂດຍໄວ ເພື່ອຍົກລະດັບການພົວພັນການຄ້າ

ກ່ຽວກັບການຮ່ວມມືສອງຝ່າຍ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ສະເໜີໃຫ້ຝ່າຍ UAE ພິຈາລະນາ, ສ້າງຄວາມສະດວກໃຫ້ແກ່ບັນດາການເຄື່ອນໄຫວແລກປ່ຽນຄະນະວິສາຫະກິດ, ສົມທົບກັນຈັດບັນດາການເຄື່ອນໄຫວສົ່ງເສີມການຄ້າ, ເຊື່ອມຕໍ່ການພົວພັນແລກປ່ຽນການຄ້າ.
ການເຮັດວຽກລະຫວ່າງສອງຝ່າຍ

ວັນທີ 24 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຮົ່ງຢຽນ, ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ໄດ້ເຮັດວຽກກັບ ທ່ານ Thani bin Ahmed Al Zeyoudi, ລັດຖະມົນຕີ ຮັບຜິດຊອບການຄ້າສາກົນ, ກະຊວງເສດຖະກິດ ສະຫະລັດ ອາຣັບ ເອມີເລັດ (UAE), ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການເຮັດວຽກ, ສອງຝ່າຍຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ໝາກຜົນຄວາມຄືບໜ້າທີ່ບັນລຸໄດ້ໃນການຍູ້ໄວວິວັດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະຫວ່າງ ຫວຽດນາມ ແລະ UAE (CEPA ຫວຽດນາມ - UAE); ປຶກສາຫາລື ເພື່ອແນໃສ່ຊອກຫາມາດຕະການກ່ຽວກັບບັນດາເນື້ອໃນເຊິ່ງທັງສອງຝ່າຍຍັງມີທັດສະນະທີ່ແຕກຕ່າງກັນ.

ກ່ຽວກັບການຮ່ວມມືສອງຝ່າຍ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ສະເໜີໃຫ້ຝ່າຍ UAE ພິຈາລະນາ, ສ້າງຄວາມສະດວກໃຫ້ແກ່ບັນດາການເຄື່ອນໄຫວແລກປ່ຽນຄະນະວິສາຫະກິດ, ສົມທົບກັນຈັດບັນດາການເຄື່ອນໄຫວສົ່ງເສີມການຄ້າ, ເຊື່ອມຕໍ່ການພົວພັນແລກປ່ຽນການຄ້າ, ພິເສດໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ logistics; ພ້ອມທັງຮຽກຮ້ອງວິສາຫະກິດ UAE ຄົ້ນຄ້ວາ, ລົງທຶນຢູ່ ຫວຽດນາມ ໃນບາງຂົງເຂດເຊິ່ງຕ່າງຝ່າຍຄ່າງມີຄວາມສົນໃຈ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ກັບມາ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​​ປະ​ຕິ​ບັດ​ງານ​ຢູ່ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ກັບມາ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​​ປະ​ຕິ​ບັດ​ງານ​ຢູ່ ລາວ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ພົບປະສົນທະນາກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ແຫ່ງສປປ.ລາວ ແລະ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ - ລາວ.

Top