• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດ ອາເມລິກາ - ຈີນ ໄດ້ດຳເນີນຢ່າງຕັ້ງໜ້າ

ໃນຂະນະນັ້ນ, ບັນດາເຈົ້າໜ້າທີ່ຄົນອື່ນໆຂອງກະຊວງການຕ່າງປະເທດ ອາເມລິກາ ໄດ້ເປີດເຜີຍວ່າ ລັດຖະມົນຕີການຕ່າງປະເທດສອງທ່ານ ລ້ວນແຕ່ສະແດງຄວາມປາດຖະໜາຢາກໃຫ້ມີຄວາມສະຖຽນລະພາບໃນການພົວພັນລະຫວ່າງສອງປະເທດມະຫາອຳນາດ
ການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດ ອາເມລິກາ ແລະ ຈີນ (ພາບ:AFP/TTXVN)

ວັນທີ 18 ມິຖຸນາ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ທ່ານລັດຖະມົນຕີ ການຕ່າງປະເທດ Antony Blinken ໄດ້ມີການເຈລະຈາ “ກົງໄປກົງມາ, ແທດຈິງ ແລະ ມີລັກສະນະສ້າງສັນ” ກັບຄູ່ຕຳແໜ່ງ ຈີນ ສິນກາງ ຢູ່ນະຄອນຫຼວງ ປັກກິ່ງ, ປະເທດ ຈີນ.

ໃນຂະນະນັ້ນ, ບັນດາເຈົ້າໜ້າທີ່ຄົນອື່ນໆຂອງກະຊວງການຕ່າງປະເທດ ອາເມລິກາ ໄດ້ເປີດເຜີຍວ່າ ລັດຖະມົນຕີການຕ່າງປະເທດສອງທ່ານ ລ້ວນແຕ່ສະແດງຄວາມປາດຖະໜາຢາກໃຫ້ມີຄວາມສະຖຽນລະພາບໃນການພົວພັນລະຫວ່າງສອງປະເທດມະຫາອຳນາດ, ກໍ່ຄືສະກັດກັ້ນຄວາມສ່ຽງແກ່ງແຍ້ງ ທີ່ພາໄປເຖິງການປະທະກັນ. ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ຢັ້ງຢືນວ່າ: ອາເມລິກາ ບໍ່ຢາກຕັດແຍກອອກຈາກ ຈີນ ແລະ ໄດ້ມີຂໍ້ຕົກລົງເພື່ອໃຫ້ສອງຝ່າຍສືບຕໍ່ເຈລະຈາເພື່ອແນໃສ່ບັນລຸໄດ້ຄວາມກ້າວໜ້າໃນບາງບັນຫາ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ສິນກາງ ໄດ້ເຮັດແຈ້ງຄວາມວິຕົກວັງວົນຂອງ ຈີນ ຕໍ່ບັນດາຜົນປະໂຫຍດຕົ້ນຕໍຂອງປະເທດນີ້, ໃນນັ້ນມີບັນຫາ ໄຕ້ຫວັນ, ພ້ອມທັງຖືວ່າ ນີ້ແມ່ນ “ຄວາມສ່ຽງພົ້ນເດັ່ນທີ່ສຸດ” ໃນການພົວພັນລະຫວ່າງ ຈີນ - ອາເມລິກາ. ສອງຝ່າຍກໍ່ເຫັນດີເປັນເອກະພາບປຶກສາຫາລືກ່ຽວກັບການເພີ່ມທະວີບັນດາຖ້ຽວບິນການຄ້າໄປ - ມາ ຫາສູ່ກັນ ກໍ່ຄືແລກປ່ຽນນັກສຶກສາ ແລະ ນັກທຸລະກິດ.

ວົງການຜູ້ສັງເກດການມີຄວາມຄາດຫວັງວ່າ ການຢ້ຽມຢາມ ຈີນ ຂອງທ່ານລັດຖະມົນຕີ ການຕ່າງປະເທດ Blinken ຈະເປີດຊ່ອງທາງໃຫ້ແກ່ບັນດາການພົບປະສອງຝ່າຍອື່ນໆໃນຊຸມເດືອນຈະມາເຖິງ, ລວມມີຄວາມອາດສາມາດທີ່ທ່ານນາງລັດຖະມົນຕີກະຊວງການເງິນ Janet Yellen ແລະ ທ່ານນາງ ລັດຖະມົນຕີກະຊວງການຄ້າອາເມລິກາ Gina Raimondo ຈະໄປຢ້ຽມຢາມ ຈີນ. ການຢ້ຽມຢາມນີ້ກໍ່ໄດ້ຮັບຖືວ່າ ອາດຈະແມ່ນປະຖົມປັດໄຈ ໃຫ້ແກ່ການພົບປະລະຫວ່າງທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ຢູ່ບັນດາກອງປະຊຸມສຸດຍອດຫຼາຍຝ່າຍ ໃນທ້າຍປີ 2023 ນີ້.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ຄວາມຕັດສິນຂອງກົມການເມືອງ ທີ່ເລີ່ມລົງມືກໍ່ສ້າງ 248 ໂຮງຮຽນສາມັນກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນຢູ່ 248 ຕາແສງເຂດຊາຍແດນດິນຕໍ່ແຜ່ນ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ.

Top