• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຫຼາຍຢ່າງເພື່ອເບິ່ງແຍງດູແລໃຫ້ແກ່ກຳມະກອນ, ຜູ້ທຸກຍາກໃນໂອກາດບຸນເຕັດປີຊວດ 2020

      ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບາງຫົວໜ່ວຍໃນບໍລິເວນແຂວງຟູ໊ທໍ້. ຢູ່ບໍລິສັດ JNTC VINA ຈຳກັດ

ພິທີມອບຂອງຂວັນໃຫ້ກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິສັດ JNTC VINA ຈຳກັດ
(ພາບ:TTXVN)
      ວັນທີ 05 ມັງກອນ, ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບາງຫົວໜ່ວຍໃນບໍລິເວນແຂວງຟູ໊ທໍ້. ຢູ່ບໍລິສັດ JNTC VINA ຈຳກັດ, ທ່ານ ເຈິ່ນກວ໊ກເວື້ອງ ໄດ້ມອບຂອງຂວັນ 100 ພູດໃຫ້ກຳມະກອນແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິສັດ; ໄປຢ້ຽມຢາມ ແລະ ມອບຂອງຂວັນຢູ່ເຂດຊຸມຊົນ ເປັນແບບຢ່າງໃນການກໍ່ສ້າງຊົນນະບົດໃໝ່ຢູ່ເມືອງ ເລິມທາວ.
          ແລະກໍ່ໃນວັນດຽວກັນ, ທ່ານ ຫວໍວັນເທືອງ, ກໍ່ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ແກ່ 100 ຄອບຄົວທຸກຍາກ, ຄອບຄົວນະໂຍບາຍ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ເທດສະບານ ວິ້ຊວຽນ ແລະ ຕາແສງ ກາວໂບ່, ແຂວງຮ່າຢາງ. ຢູ່ທີ່ນີ້, ທ່ານ ຫວໍວັນເທືອງ ສະເໜີໃຫ້ແຂວງ ຮ່າຢາງ ຕັ້ງໜ້າເອົາໃຈໃສ່ເບິ່ງແຍງດູແລໃຫ້ບັນດາຄອບຄົວນະໂຍບາຍ ດ້ວຍບັນດາວຽກງານທີ່ແທດຈິງ, ປະກອບສ່ວນຍົກສູງຊີວິດການເປັນຢູ່, ເພີ່ມລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ຮັບປະກັນວ່າ ໃນໂອກາດບຸນເຕັດປີຊວດ 2020 ປະຊາຊົນທຸກຄົນລ້ວນແຕ່ຈະໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ ແລະ ມ່ວນຊື່ນ.
          ຢູ່ແຂວງ ຊ໊ອກຈັງ, ທ່ານພົນໂທ ຫງວຽນວັນຣິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນຫວຽດນາມ ກໍ່ໄດ້ໄປຢ້ຽມຢາມ, ມອບຂອງຂວັນ 55 ພູດໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ 55 ຄົນທີ່ຢູ່ພາຍໃນແຂວງ.
 (ແຫຼ່ງຄັດຈາກ VOV)

ການ​ໂອ້​ລົມ​ສົນ​ທະ​ນາ 30 ປີ​ແຫ່ງ​ການ​ພົວ​ພັນ ຫວຽດນ​າມ – ອາ​ເມ​ລິ​ກາ: ບົດ​ບາດ​ຂອງ​ການ​ຮ່ວມ​ມື​ພາກ​ລັດ – ເອ​ກະ​ຊົນ

ການ​ໂອ້​ລົມ​ສົນ​ທະ​ນາ 30 ປີ​ແຫ່ງ​ການ​ພົວ​ພັນ ຫວຽດນ​າມ – ອາ​ເມ​ລິ​ກາ: ບົດ​ບາດ​ຂອງ​ການ​ຮ່ວມ​ມື​ພາກ​ລັດ – ເອ​ກະ​ຊົນ

ເອກອັກຄະລັດຖະທູດ ອາເມລິກາ ຜ່ານບັນດາອາຍຸການລ້ວນແຕ່ສະໜັບສະໜູນວິໄສທັດຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ກ່ຽວກັບການຍົກສູງທີ່ຕັ້ງບົດບາດ, ມູນຄ່າຂອງ ຫວຽດນາມ ໃນລະບົບສະໜອງທົ່ວໂລກ ຜ່ານການຄົ້ນຄ້ວາ ແລະ ພັດທະນາ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ.

Top