• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ

ຕອນເຊົ້າວັນທີ 19 ພຶດສະພາ, ເນື່ອງໃນໂອກາດ ສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 – 19/5/2019),ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະຜູ້ແທນຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ, ຄະນະພັກຕຳຫຼວດສູນກາງ ແລະ ກະຊວງຕຳຫຼວດຫວຽດນາມ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນນະຄອນຮ່າ ໂນ້ຍ….. ໄດ້ໄປວາງພວງມາລາ ແລະ ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ.


ຄະນະຜູ້ແທນການນຳ, ອະດີດການນຳພັກ, ລັດ ແລະ ແນວໂຮມປະເທດຊາດຫວຽດນາມ ວາງພວງມາລາ ແລະ ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ

(ພາບ: TTXVN )

ເຂົ້າຮ່ວມພິທີໄວ້ອາໄລມີທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ. ບັນດາທ່ານການນຳ, ອະດີດການນຳພັກ, ລັດ, ນັກປະຕິວັດຜູ້ອາວຸໂສ ແລະ ການນຳບັນດາກະຊວງ, ຄະນະ, ຂະແໜງການ, ອົງການຈັດຕັ້ງຂັ້ນສູນກາງກໍ່ໄດ້ເຂົ້າຮ່ວມພິທີ. ຄະນະດັ່ງກ່າວກໍ່ໄດ້ໄປວາງພວງມາລາອາໄລຫາບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ອະນຸສາວະລີບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ.

  ໃນຕອນເຊົ້າຂອງວັນດຽວກັນ, ຄະນະຜູ້ແທນອົງຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ພ້ອມດ້ວຍບັນດາກຳລັງປະກອບອາວຸດ, ປະຊາຊົນທຸກຊັ້ນຄົນເປັນຈຳນວນຫຼວງຫຼາຍກໍ່ໄດ້ໄປຖະຫວາຍດອກໄມ້ ທູບທຽນອາໄລຫາປະທານໂຮ່ຈີມິນ ທີ່ຫໍພິພິຕະພັນໂຮ່ຈີມິນ ສາຂະນະຄອນໂຮ່ຈີມິນ ແລະ ອະນຸສາວະລີປະທານໂຮ່ຈີມິນ ຢູ່ເມືອງ 1.

   ໃນຂອບເຂດກອງປະຊຸມໃຫ່ຍຫຼານຄຳຮູ້ຂອງລຸງໂຮ່ ປີ 2019 ດ້ວຍຫົວເລື່ອງ “ເຍົາວະຊົນນະຄອນເຮັດຕາມຄຳສັ່ງສອນຂອງລຸງໂຮ່ 5 ຂໍ້” ນັ້ນ, ຕອນບ່າຍຂອງ ວັນທີ 18 ພຶດສະພາ, ຄະນະຊາວໜຸ່ມ-ສະພາກອງເຍົາວະຊົນນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີຍ້ອງຍໍສັນລະເສີນແບບຢ່າງດີເດັ່ນທີ່ເປັນຫຼານຄຳຮູ້ຂອງລຸງໂຮ່ 350 ນ້ອງ. ນ້ອງເຈີ່ນທິກີມຮ່ວາ, ຫົວໜ້າກອງເຍົາວະຊົນໂຮງຮຽນມັດທະຍົມຕອນຕົ້ນກູ່ຈິງລານ, ເມືອງບີນແທ້ງ ແບ່ງປັນວ່າ:

   “ຄຳສັ່ງສອນຂອງລຸງໂຮ່ມີຄວາມໝາຍສຳຄັນທີ່ສຸດ, ຊ່ວຍໃຫ້ພວກນ້ອງກາຍເປັນພົນລະເມືອງຕົວນ້ອຍທີ່ດີກ່ວາ. ເພື່ອເຮັດຕາມຄຳສັ່ງສອນ 5 ຂໍ້ຂອງລຸງໂຮ່, ຢູ່ບ້ານນ້ອງໄດ້ຊ່ວຍແມ່ເຮັດວຽກທີ່ເໝາະສົມກັບອາຍຸ,  ສ່ວນຢູ່ໂຮງຮຽນນ້ອງກໍ່ໄດ້ຊ່ວຍເຫຼືອຄູອາຈານ, ໝູ່ເພື່ອນຕາມຄວາມສາມາດຂອງຕົນ.

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top