• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວສະເຫຼີມສະຫຼອງວັນຊາດ ຫວຽດນາມ ຢູ່ຕ່າງປະເທດ

ກ່າວຄຳເຫັນທີ່ເຫດການ, ທ່ານ ເລແທັງຕຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຸຍບາ ໄດ້ຊີ້ແຈ້ງຄວາມໝາຍຂອງເຫດການປະຫວັດສາດວັນທີ 2 ກັນຍາ 1945 ສຳລັບປະຊາຊົນ ຫວຽດນາມ, ເມື່ອປະທານ ໂຮ່ຈີມິນ ອ່ານຖະແຫຼງການປະກາດເອກະລາດ, ເປີດໄລຍະໃໝ່ໃນປະຫວັດສາດຂອງປະເທດຊາດ.
ຮູບພາບທຸງແດງດາວເຫຼືອງໃນຈອມທາດ Namsan

ວັນທີ 2 ກັນຍາ, ພາບພົດຂອງທຸງຊາດ ຫວຽດນາມ ໄດ້ສາຍໃນຈອມທາດ Namsan ແລະ ສຳນັກງານອົງການຄຸ້ມຄອງຢູ່ໃຈກາງນະຄອນຫຼວງ ເຊີອຸນ, ປະເທດ ສ ເກົາຫຼີ ແຕ່ເວລາ 19 ໂມງ 30 ນາທີ - 23 ໂມງ 00, ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ຫວຽດນາມ (2/9/1945 – 2/9/2023). ນີ້ເປັນຄັ້ງທຳອິດ ທີ່ນະຄອນຫຼວງ ເຊີອຸນ ໄດ້ສາຍຮູບພາບຂອງທຸງແດງດາວເຫຼືອງ ເນື່ອງໃນໂອກາດວັນຊາດ ຫວຽດນາມ. ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ ເກົາຫຼີ ຫງວຽນຫວູຕຸ່ງ ແລ້ວ, ເຫດການນີ້ ຍິ່ງເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ ສເກົາຫຼີ ເລິກເຊິ່ງຂຶ້ນຕື່ມ, ຊ່ວຍຊຸກຍູ້ການພົວພັນສອງຝ່າຍ ຫວຽດນາມ - ສ ເກົາຫຼີ ໃນສະພາບການຮ່ວມມືເສດຖະກິດ, ການເມືອງ, ວັດທະນະທຳ ແລະ ການທູດສອງປະເທດ ລ້ວນແຕ່ໄດ້ຮັບການຍູ້ແຮງ.         

ໃນຂະນະນັ້ນ, ເນື່ອງໃນໂອກາດນີ້, ຢູ່ ລາຮາວານ, ສະຖານທູດ ຫວຽດນາມ ປະຈຳ ກຸຍບາ ໄດ້ຈັດພິທີອາໄລຫາປະທານໂຮ່ຈີມິນ ຢູ່ສວນສາທາລະນະໃສ່ຊື່ເພີ່ນ ຢູ່ນະຄອນຫຼວງ ລາຮາວານ. ກ່າວຄຳເຫັນທີ່ເຫດການ, ທ່ານ ເລແທັງຕຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຸຍບາ ໄດ້ຊີ້ແຈ້ງຄວາມໝາຍຂອງເຫດການປະຫວັດສາດວັນທີ 2 ກັນຍາ 1945 ສຳລັບປະຊາຊົນ ຫວຽດນາມ, ເມື່ອປະທານ ໂຮ່ຈີມິນ ອ່ານຖະແຫຼງການປະກາດເອກະລາດ, ເປີດໄລຍະໃໝ່ໃນປະຫວັດສາດຂອງປະເທດຊາດ.     

ວັນທີ 2 ກັນຍາ, ຢູ່ ສ.ເຊັກໂກ, ສະມາຄົມວັດທະນະທຳ - ສິລະປະ ຫວຽດນາມ ຢູ່ ສ. ເຊັກໂກ ໄດ້ຈັດລາຍການພົບປະແລກປ່ຽນວັດທະນະທຳ ອະນຸລັກຮັກສາ ແລະ ພັດທະນາບັນດາຮູບແບບວັດທະນະທຳຂອງ ຫວຽດນາມ ໂດຍອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ຮັບຮອງເອົາ. ລາຍການເພື່ອແນໃສ່ເຊື່ອມຕໍ່ບັນດາຈຸດຍອດຢ້ຽມຂອງບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸໂດຍ UNESCO ເຊີດຊູ, ຄື: ກວານເຫາະບັກນິງ, ຂັບຊວານ ຝູເທາະ, ຂັບ ວີ້ຢ້ຳ ເງະຕິ້ງ...

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top