• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວສະເຫລີມສະຫລອງ43ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ

      ເນື່ອງໃນໂອກາດສະເຫລີມສະຫລອງ 43 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ ປີ 1975 – 30 ເມສາປີ 2018), 132 ປີແຫ່ງວັນກຳມະກອນສາກົນ (1 ພຶດສະພາປີ 1886- 1 ພຶດສະພາປີ 2018), 

ບັນດານັກຮົບເກົ່າເຂົ້າຮ່ວມພິທີໄຂງານວາງສະແດງ "ວັນທ້ອນໂຮມປະເທດຊາດເປັນເອກະພາບ"
ພາບ:dantri.com
      ຕອນເຊົ້າວັນທີ 28 ເມສາ, ຄະນະຜູ້ແທນຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ແນວໂຮມປະເທດຊາດ ຫວຽດນາມ ຢູ່ ນະຄອນ ໂຮ່ຈິມີນ ໄດ້ຈັດຕັ້ງພິທີໄຫວ້ອາໄລບັນດານັກຮົບເສຍສະຫລະຊີວິດເພື່ອຊາດ ຢູ່ ສຸສານນັກຮົບເສຍສະຫລະຊີວິດເພື່ອຊາດນະຄອນໂຮ່ຈິມີນ ແລະ ເຂົ້າຮ່ວມພິທີຖະຫວາຍທູບທຽນປະທານໂຮ່ຈິມີນ, ປະທານ ໂຕນດຶກທັງ ຢູ່ ຫໍພິພິທະພັນປະທານໂຮ່ຈິມີນ ແລະ ຫໍພິພິທະພັນປະທານ ໂຕນດຶກທັງ. ເຂົ້າຮ່ວມພິທີ, ມີທ່ານ ເຈືອງຮ່ວາບີງ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ, ທ່ານ ຫງວຽນທ້ຽນເຍີນ ເລຂາຄະນະພັກນະຄອນໂຮ່ຈິມີນ.
      ຕອນບ່າຍວັນທີ 27 ເມສາ, ເນື່ອງໃນໂອກາດສະເຫລີມສະຫລອງ 43 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ, 46 ປີແຫ່ງວັນປົດປ່ອຍແຂວງ ກວ໋າງຈີ້ (1 ພຶດສະພາປີ 1972- 1 ພຶດສະພາປີ 2018), ຄະນະພັກແຂວງ, ຄະນະກຳມະການປະຊາຊົນ, ແນວໂຮມປະເທດຊາດຫວຽດນາມ, ຄະນະຜູ້ແທນສະພາແຫ່ງຊາດ ພ້ອມກັບບັນດາຄະນະ, ຂະແຫນງການແຂວງ ກວ໋າງຈີ້ ໄດ້ໄປວາງພວງມາລາຖະຫວາຍທູບທຽນຢູ່ບັນດາສຸສານ, ເຂດອະນຸສອນສະຖານ, ອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບເສຍສະຫລະຊີວິດເພື່ອຊາດ. ແລະ ກໍ່ເນື່ອງໃນໂອກາດນີ້ ນະຄອນ ຮ່າໂນ້ຍ ກໍໍ່ໄດ້ຈັດຕັ້ງການໂຄສະນາ, ປະດັບປະດາຖະຫນົນຫົນທາງຢູ່ເຂດໃຈກາງນະຄອນ ແລະ ຈັດຕັ້ງຫລາຍລາຍການສະແດງສິລະປະເພື່ອສະເຫລີມສະຫລອງເຫດການດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top