• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວສະເຫລີມສະຫລອງ 88ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

ວັນທີ 3 ກຸມພາ, ເນື່ອງໃນໂອກາດສະເຫລີມສະຫລອງ 88 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ ແລະ ເຂົ້າຢ້ຽມສຸສານປະທານໂຮ່ຈິມີນ, ວາງພວງມາລາອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫລະຊີວິດເພື່ອຊາດຢູ່ອະນຸສາວາລີນັກຮົບເສຍສະຫລະຊີວິດເພື່ອຊາດ ຢູ່ ຖະຫນົນ ບັກເຊີນ ຮ່າໂນ້ຍ.

 ແຂວງແຄງຮ່ວາຈັດຕັ້ງການເຄື່ອນໄຫວສະເຫລີມສະຫລອງ 88 ປີແຫ່ງວັນສ້າງຕັ້ງ ພັກກອມມູນິດຫວຽດນາມ

ແລະໃນວັນດຽວກັນ, ການນຳບັນດາກະຊວງ, ຂະແຫນງການ, ອົງການຈັດຕັ້ງມະຫາຊົນສູນກາງ ພ້ອມກັບຄະນະຜູ້ແທນອົງການຈັດຕັ້ງອື່ນໃນນະຄອນຮ່າໂນ້ຍກໍ່ໄດ້ໄປວາງພວງມາລາ ແລະເຂົ້າຢ້ຽມສຸສານປະທານໂຮ່ຈິມີນ, ວາງພວງມາລາຢູ່ອະນຸສາວາລີນັກຮົບເສຍສະຫລະຊີວິດເພື່ອຊາດ.

ກ່ອນຫນ້ານັ້ນ ໃນວັນທີ 2 ກຸມພາ, ຄະນະພັກແຂວງ ແຄງຮວ່າ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 88 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະ 88 ປີແຫ່ງວັນສ້າງຕັ້ງອົງຄະນະພັກແຂວງ ແຄງຮວ່າ. ເມື່ອອ່ານສູນທອນພົດໃນພິທີສະເຫລີມສະຫລອງ, ທ່ານ ເລແທງກວາງ ເລຂາຄະນະພັກແຂວງ ໄດ້ເຕື້ອງເຖິງຫນ້າທີ່ຂອງພັກໃນໄລຍະປະຈຸບັນ, ກຳນົດທິດກໍ່ສ້າງພັກແມ່ນຫນ້າທີ່ຫລັກແຫລ່ງ, ອົງຄະນະພັກແຂວງແຄງຮ່ວາ ປະຕິບັດວຽກງານປັບປຸງພັກເປັນປະຈຳ, ຍົກສູງກຳລັງຄວາມສາມາດການຊີ້ນຳນຳພາ, ກຳລັງຕໍ່ສູ້ ຢ່າງບໍ່ຢຸດຢັ້ງ ເພື່ອແບກຫາບພາລະກຳປະຫວັດສາດອັນຍິ່ງໃຫຍ່ຂອງຕົນ.

ສ່ວນຢູ່ແຂວງ ບີງເຟືອກ, ເງ້ອານ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງເພື່ອສະເຫລີມສະຫລອງວັນສ້າງຕັ້ງພັກກອມມູນິດຫວຽດນາມ.

ຢູ່ນະຄອນຫລວງ ມົດສະກູ ປະເທດລັດເຊຍ ແລະ ອານເຊຣີ, ສະຖານທູດຫວຽດນາມ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວສະເຫລີມສະຫລອງ 88 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ. ບັນດາຜູ້ແທນເຂົ້າຮ່ວມພິທີ ໄດ້ທົບທວນຄືນວິວັດການສ້າງຕັ້ງ, ກໍ່ສ້າງ ແລະ ການເຕີບໃຫຍ່ຂອງພັກກອມມູນິດຫວຽດນາມ ໃນ 88 ປີຜ່ານມາ.

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບການນຳຫຼາຍປະເທດຢູ່ ລັດເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບການນຳຫຼາຍປະເທດຢູ່ ລັດເຊຍ

ໃນໂອກາດວັນໄຊຊະນະ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ພົບປະ 2 ຝ່າຍກັບການນຳ ຈີນ, ກຸຍບາ, ຢູເບກິດສະຖານ.

Top