• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວມິດສະພາບ 2022: ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ ແລະ ເພື່ອນມິດສາກົນ

ລາຍການເຄື່ອນໄຫວມິດຕະພາບ 2022 ລວມມີການເຄື່ອນໄຫວທີ່ອຸດົມສົມບູນ, ໃນນັ້ນມີການໄປຢ້ຽມຢາມວັດ ໄທ່, ເຂົ້າຮ່ວມ ແລະ ຊອກຮູ້ວັດທະນະທຳທີ່ເປັນມູນເຊື້ອ, ບັນດາການລະຫຼີ້ນພື້ນເມືອງ
  (ພາບ: hanoimoi.com.vn)  

 ໂດຍສືບຕໍ່ຜົນສຳເລັດຂອງຊຸມປີກ່ອນ, ວັນທີ 24 ເມສາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ ໄດ້ສົມທົບກັບພະແນກທ່ອງທ່ຽວ ແລະ ຄະນະກຳມະການປະຊາຊົນເມືອງ ກວກອວາຍ ຈັດການເຄື່ອນໄຫວມິດຕະພາບ 2022. ນີ້ແມ່ນລາຍການນອນໃນບັນດາການເຄື່ອນໄຫວປະຈຳປີ ຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ. ເຂົ້າຮ່ວມລາຍການມີຜູ້ຕາງໜ້າສະຖານທູດ, ບັນດາອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ…

ທ່ານນາງ ຫວຽນລານຮືອງ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນຮ່າໂນ້ຍ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ, ເນັ້ນໜັກວ່າ ນີ້ແມ່ນໂອກາດທີ່ມີຄວາມໝາຍ ເພື່ອໂຄສະນາວັດທະນະທຳ ຫວຽດນາມ ຕໍ່ເພື່ອນມິດຕ່າງປະເທດທີ່ພວມດຳລົງຊີວິດຢູ່ ຫວຽດນາມ, ແມ່ນໂອກາດພົບປະ, ພົວພັນແລກປ່ຽນວັດທະນະທຳ ແນໃສ່ເພີ່ມທະວີນ້ຳໃຈຄວາມສາມັກຄີ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ ເພື່ອນມິດສາກົນ.

ລາຍການເຄື່ອນໄຫວມິດຕະພາບ 2022 ລວມມີການເຄື່ອນໄຫວທີ່ອຸດົມສົມບູນ, ໃນນັ້ນມີການໄປຢ້ຽມຢາມວັດ ໄທ່, ເຂົ້າຮ່ວມ ແລະ ຊອກຮູ້ວັດທະນະທຳທີ່ເປັນມູນເຊື້ອ, ບັນດາການລະຫຼີ້ນພື້ນເມືອງ, ອາຫານການກິນຊົນເຜົ່າ… ຢູ່ເຂດທ່ອງທ່ຽວ ຕ່ວນເຈົາ ຮ່າໂນ້ຍ, ຂຶ້ນກັບເມືອງ ກວກອວາຍ.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີ: ສຸມໃສ່ປະຕິບັດການສ້າງບັນດາຂໍ້ສະເໜີສ້າງກົດໝາຍໃຫ້ສົມບູນແບບເພື່ອຍື່ນຕໍ່ສະພາແຫ່ງຊາດ

ນາຍົກລັດຖະມົນຕີ: ສຸມໃສ່ປະຕິບັດການສ້າງບັນດາຂໍ້ສະເໜີສ້າງກົດໝາຍໃຫ້ສົມບູນແບບເພື່ອຍື່ນຕໍ່ສະພາແຫ່ງຊາດ

ລັດຖະບານໄດ້ປະກອບຄຳເຫັນໃສ່ 5 ເນື້ອໃນຄື: ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງປະຕິບັດບາງກົນໄກ, ນະໂຍບາຍແກ້ໄຂຄວາມຫຍຸ້ງຍາກ, ສິ່ງກີດຂວາງໃນການລົງທຶນກໍ່ສ້າງກິດຈະກຳຄົມມະນາຄົມ

Top