• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ້ອນຮັບບຸນເຕັດຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ

ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ກຳ​ປູ​ເຈຍ ​ຈັດ​ຕັ້ງ​ລາຍ​ການອວຍ​ພອນ​ປີ​ໃໝ່
(ພາບ​ປະ​ກອບ: TTXVN)
          ວັນ​ທີ 23/01, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ກຳ​ປູ​ເຈຍ ໄດ້​ຈັດ​ຕັ້ງ​ລາຍ​ການອວຍ​ພອນ​ປີ​ໃໝ່, ມອບ​ຂອງ​ຂວັນໃຫ້​ພໍ່​ແມ່​ປະ​ຊ​າ​ຊົນ​ຊ​າວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຢ​ູ່​ແຂວງ Kandal, ເພື່ອ​ແນ​ໃສ່​ຊ່ວຍ​ປະ​ຊາ​ຄົ​ມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ທີ່ນີ້​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​​ດ້ວຍ​ຄວາມ​ອົບ​ອຸ່ນ ແລະ ຄົບ​ຖ້ວນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ກຸ​ສົນ ແລະ ວຽກ​ງານ​ປະ​ຊາ​ຄົມ​ໂດຍ​ສະ​ຖານ​ທູດ​ສົມ​ທົບ​ກັບ​ທະ​ນາ​ຄານກະ​ສິກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ຢ​ູ່​ກຳ​ປູ​ເຈ​ຍ ຈັດ​ຕັ້ງ. ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ມອບ​ຂອ​ມ​ຂວັນ 200 ພູດ, ແຕ່​ລະ​ພ​ູດ​ແມ່ນ​ເຂົ້າ​ສານ 20 ໂລ ໃຫ້​ບັນ​ດາ​ຄອບ​ຄົວ​ຊາວ​ຫວຽດ​ນາມ ​ອາ​ໄສ​ຢູ່​ຕ່າງ​ປະ​ເທດທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ເມືອງ Kean Svay.
        ຕອນ​ຄ່່ຳ​ວັນ​ທີ 23/01, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈ​ຳ​ອິນ​ໂດ​ເນ​ເຊຍ ໄດ້​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຊາ​ຄົມ​ປີ​ລະ​ກາ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພະ​ນັກ​ງານ​ບັນ​ດາ​ອົງ​ການ​ຕາງ​ໜ້າ​ຫວຽດ​ນາມ, ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ, ນັກ​ສຶກ​ສາ, ນັກ​ຮຽນ​ທີ່​ພວມ​ເຮັດ​ວຽກ, ຮ່ຳ​ຮຽນ​ຢູ່​ອິ​ນ​ໂດ​ເນ​ເຊຍ, ພ້ອມ​ກັບ​ຜູ້​ຕາງ​ໜ້າສະ​ຖານ​ທູດ​ບາງ​ປະ​ເທດ ແລະ ບາງອົງ​ການ​ຈັດ​ຕັ້ງ​ຂອງ​ອິນ​ໂດ​ເນ​ເຊຍ ​ເກືອບ 300 ຄົນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອິນ​ໂດ​ເນ​ເຊຍ ຮ່​ວາງ​ແອງ​ຕ໋ວນ​ ໄດ້​ຝາກ​ຄຳ​ຂອບ​ອົກ​ຂອບ​ໃຈເຖິງ​ເພື່ອນ​ມິດ​ສາ​ກົນ​ໃນ​ຄ​ະ​ນະ​ທຸ​​ຕາ​​ນຸ​ທູດ ແລະ ເພື່ອນ​ມິດ​ອິນ​ໂດ​ເນ​ເຊຍ ໃນ​ໄລ​ຍະ​ຜ່ານ​​ຍາມ​ໃດ​ກໍ່​ຮ່ວມ​ມື, ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ເວົ້າ​ລວມ ແລະ ສະ​ຖານ​ທູດ​ຫວຽດ​ນາມ ເວ​ົ້າ​ສະ​ເພາະ, ພ້​ອມ​ທັງ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໃນ​ອະ​ນາ​ຄົດ.
        ກ່ອນ​ໜ້ານັ້ນ, ວັນ​ທີ 22/01, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ລາ​ຊາ​ອາ​ນາ​ຈັກ ມາ​ຣົກ ກໍ່​ຈ​ັດ​​ຕັ້ງ​ງານ​ພົບ​ປະ​ສ້າງ​ສັນ​ຕ້ອນ​ຮັບ​​ປີ​ໃໝ່​ປີ​ລະ​ກາ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ຫວຽດ​ນາມ ແລະ ນັກ​ສຶກ​ສາ​ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ຮ່ຳ​ຮຽນ​ຢູ່​ມາ​ຣົກ.
        ຕອນ​ຄ່ຳ​ວັນ​ທີ 22/01, ພໍ່​ແມ່​ປະ​ຊ​າ​ຊົນຊາວ​ຫວຽດ​ນາມ, ພະ​ນັກ​ງານ, ນັກ​ສຶກ​ສາ​ພວມ​ດຳ​ລົງ​ຊີ​ວິດ, ຮໍ່​າ​ຮຽນ ແລະ ເຮັດ​ວຽກຢ​ູ່​ອິດ​ສະ​ຣາ​ແອ​ນ ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມ​ງານ​ພົບ​ປະ​ສ້າງ​ສັນ​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຊາ​ຄົມ ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ລະ​ກາ ໂດຍ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ອິດ​ສະ​ຣາ​ແອນ ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ທີ່​​ງານ​ພົບ​ປະ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປ​ະ​ຈຳ​ອິດ​ສະ​ຣາ​ແອນ ກາວ​ຮ່​ວາງ​ກ໋ວກ​ຫາຍ ເນັ້ນ​ໜັກ​ວ່າ, ບຸ​ນ​ເຕັດ​ປະ​ຊາ​ຄົມ​ປີນີ້ ​ດຳ​ນີນ​​ໄປໃນ​ບັນ​ຍາ​ກາດ​ຟົດ​ຟື້ນ​ມ່ວນ​ຊື່ນ ແລະ ອົບ​ອຸ່ນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ກໍ​ແຈ້ງ​ໃຫ້​ພໍ່​ແມ່​ປະ​ຊ​າ​ຊົນ​ຊາວ​ຫວຽດ​ນາມ ​ຮັບ​ຊາບກ່ຽວ​ກັບ​ສະ​ພາບ​ການ​ພົ້ນ​ເດັ່ນ​ຂອງ​ຫວຽດ​ນາມ, ການ​ພົວ​ພ​ັນ​ລະ​ຫວ່າງ​ຫວຽດ​ນາມ - ອິດ​ສະ​ຣາ​ແອນ ໃນ​ປີ​ຜ່ານ​ມາ ແລະ ບາງ​​ຂໍ້ກຳ​ນົດ​ທິດ​ໃຫຍ່​ໃນ​ການ​ພົ​ວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ປີ​ຈະ​ມາ​ເຖິງ.
        ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ລະ​ກາ ແລະ 87 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ຢູ່​ນະ​ຄອນ​ຫຼວງ Wellington, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ນິວ​ຊີ​ແລນ ໄດ້​ຈັດ​​ຕັ້ງ​ງານ​ພົບ​ປະ​ສ້າງ​ສັນ​ປະ​ຊາ​ຄົມ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ, ນັກ​ສຶກ​ສາ​ທີ່​ພວ​ມ​ດຳ​ລົງ​ຊີ​ວິດ, ​ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່ Wellington ແລະ ບັນ​ດາ​ນະ​ຄອນ​ໃກ້​ຄຽງ… ເປັນ​ຈຳ​ນວນ​ຫຼາຍ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫງວຽນ​ຫວຽດ​ຢຸງ ປາດ​ຖະ​ໜາ​ວ່າ, ປະ​ຊ​າ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ນິວ​ຊີ​ແລນ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂົວ​ເຊື່ອມ​ຕໍ່​ທີ່​ມີ​ປະ​ສິດ​ທ​ິ​ຜົນ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ​ທີ່ນັບ​ມື້​ນັບ​ດີ​ງາມ​ລະ​ຫວ່າງ​ຫວຽດ​ນາມ ແລະ ນິວ​ຊ​ີ​ແລນ.
 (ແຫຼ່ງຄັດຈາກVOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top