ຕອນເຊົ້າວັນທີ 18 ເມສາ, ຢູ່ ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວຍ ປຊຊ ສູນກາງ, ກະຊວງການຕ່າງປະເທດ ຫວຽດນາມ, ຄະນະກຳມະການ ປຊຊ ນະຄອນ ໂຮ່ຈີມິນ ຈັດກອງປະຊຸມຂ່າວກ່ຽວກັບບັນດາການເຄື່ອນໄຫວໂຄສະນາພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2025).
ກ່າວຄຳເຫັນນະທີ່ນີ້, ທ່ານ ເລຫາຍບິນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເນັ້ນໜັກວ່າ ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ແມ່ນໜຶ່ງໃນບັນດາໜ້າປະຫັວດສາດທີ່ສະຫງ່າລາສີທີ່ສຸດຂອງຊາດ ຫວຽດນາມ.
ສ່ວນທ່ານາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ມາຮອດຈຸດເວລານີ້, ກໍ່ມີກ່ວາ 20 ຄະນະຜູ້ແທນຕ່າງປະເທດຢັ້ງຢືນຈະເຂົ້າຮ່ວມໃນຫຼາຍຂັ້ນ. ຈຸດພິເສດໃນລາຍການສວນສະໜາມ, ເດີນຂະບວນປີນີ້ ນັ້ນແມ່ນມີການສວນສະໜາມຂອງກຸ່ມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດດີເດັ່ນເປັນຄັ້ງທຳອິດ ຊື່ງມີຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດປະມານ 120 ຄົນທີ່ມາຈາກ 25 ປະເທດ ແລະ ເຂດແຄ້ວນຈະເຂົ້າຮ່ວມ. ນອກຈາກນັ້ນແລ້ວ, ຍັງມີອະດີດນັກຂ່າວສະໜາມຮົບ ແລະ ນັກຂ່າວທີ່ເປັນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກໍ່ມີໜ້າຢູ່ເຫດການເຊັ່ນດຽວກັນ.
ທ່ານນາງ ເຈິ່ນທິຢ້ຽວຖູຍ ຮອງປະທານຄະນະກຳມະການ ປຊຊ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ພິທີສະເຫຼີມສະຫຼອງລະດັບຊາດ ຈະໄດ້ຈັດຂຶ້ນໃນເວລາ 6 ໂມງ 30 ນາທີຂອງວັນທີ 30 ເມສາຢູ່ຖະໜົນ ເລຢ້ວນ, ເມືອງ 1 ແລະ ຖະໜົນຈຳນວນໜຶ່ງຢູ່ໃຈກາງນະຄອນ ໂຮ່ຈີມິນ. ເນື່ອງໃນໂອກາດນີ້, ແຕ່ວັນທີ 19-30 ເມສາ, ທາງນະຄອນຍັງໄດ້ຈັດຫຼາຍການເຄື່ອນໄຫວຂ່ຳນັບຊົມເຊີຍ ຢູ່ຫຼາຍສະຖານທີ່ໃນບໍລິເວັນນະຄອນ ໂຮ່ຈີມິນ.