ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ແມ່ນໜຶ່ງໃນບັນດາໜ້າປະຫັວດສາດທີ່ສະຫງ່າລາສີທີ່ສຸດຂອງຊາດ ຫວຽດນາມ.
ທ່ານ ເລຫາຍບິນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກ່າວຄຳເຫັນ
ຕອນເຊົ້າວັນທີ 18 ເມສາ, ຢູ່ ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວຍ ປຊຊ ສູນກາງ, ກະຊວງການຕ່າງປະເທດ ຫວຽດນາມ, ຄະນະກຳມະການ ປຊຊ ນະຄອນ ໂຮ່ຈີມິນ ຈັດກອງປະຊຸມຂ່າວກ່ຽວກັບບັນດາການເຄື່ອນໄຫວໂຄສະນາພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2025).
ກ່າວຄຳເຫັນນະທີ່ນີ້, ທ່ານ ເລຫາຍບິນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເນັ້ນໜັກວ່າ ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ແມ່ນໜຶ່ງໃນບັນດາໜ້າປະຫັວດສາດທີ່ສະຫງ່າລາສີທີ່ສຸດຂອງຊາດ ຫວຽດນາມ.
ສ່ວນທ່ານາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ມາຮອດຈຸດເວລານີ້, ກໍ່ມີກ່ວາ 20 ຄະນະຜູ້ແທນຕ່າງປະເທດຢັ້ງຢືນຈະເຂົ້າຮ່ວມໃນຫຼາຍຂັ້ນ. ຈຸດພິເສດໃນລາຍການສວນສະໜາມ, ເດີນຂະບວນປີນີ້ ນັ້ນແມ່ນມີການສວນສະໜາມຂອງກຸ່ມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດດີເດັ່ນເປັນຄັ້ງທຳອິດ ຊື່ງມີຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດປະມານ 120 ຄົນທີ່ມາຈາກ 25 ປະເທດ ແລະ ເຂດແຄ້ວນຈະເຂົ້າຮ່ວມ. ນອກຈາກນັ້ນແລ້ວ, ຍັງມີອະດີດນັກຂ່າວສະໜາມຮົບ ແລະ ນັກຂ່າວທີ່ເປັນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກໍ່ມີໜ້າຢູ່ເຫດການເຊັ່ນດຽວກັນ.
ທ່ານນາງ ເຈິ່ນທິຢ້ຽວຖູຍ ຮອງປະທານຄະນະກຳມະການ ປຊຊ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ພິທີສະເຫຼີມສະຫຼອງລະດັບຊາດ ຈະໄດ້ຈັດຂຶ້ນໃນເວລາ 6 ໂມງ 30 ນາທີຂອງວັນທີ 30 ເມສາຢູ່ຖະໜົນ ເລຢ້ວນ, ເມືອງ 1 ແລະ ຖະໜົນຈຳນວນໜຶ່ງຢູ່ໃຈກາງນະຄອນ ໂຮ່ຈີມິນ. ເນື່ອງໃນໂອກາດນີ້, ແຕ່ວັນທີ 19-30 ເມສາ, ທາງນະຄອນຍັງໄດ້ຈັດຫຼາຍການເຄື່ອນໄຫວຂ່ຳນັບຊົມເຊີຍ ຢູ່ຫຼາຍສະຖານທີ່ໃນບໍລິເວັນນະຄອນ ໂຮ່ຈີມິນ.