• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ່າງໆຂອງທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ຢູ່ນອກກອງປະຊຸມ AMM RETREAT

      ຫວຽດນາມ ສະໜັບສະໜູນ ສິງກະໂປ ເຮັດສຳເລັດຜົນໃນການຮັບຜິດຊອບບົດບາດເປັນປະທານ ອາຊຽນ 2018 ຢ່າງສຳເລັດຜົນ
      
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ສິງກະໂປ
Vivian Balakrishnan .(ພາບ: TTXVN)
      ວັນທີ 5 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ມີການພົບປະ 2 ຝ່າຍກັບທ່ານລັດຖະມົນຕີການຕ່າງປະເທດ ສິງກະໂປ Vivian Balakrishnan ແລະ ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Dato’Sri Anifag Aman, ຢູ່ນອກກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ທີ່ພວມຈັດຕັ້ງຢູ່ ສິງກະໂປ.
        ທີ່ການພົບປະກັບລັດຖະມົນຕີການຕ່າງປະເທດ ສິງກະໂປ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ຢັ້ງຢືນວ່າ: ຫວຽດນາມ ສະໜັບສະໜູນ ສິງກະໂປ ເຮັດສຳເລັດຜົນໃນການຮັບຜິດຊອບບົດບາດເປັນປະທານ ອາຊຽນ 2018 ຢ່າງສຳເລັດຜົນ ແລະ ເຫັນດີເປັນເອກະພາບຢ່າງສູງດ້ວຍຫົວຂໍ້ສ້າງ ອາຊຽນ ເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງໂດຍການສະເໜີຂອງ ສິງກະໂປ. ລັດຖະມົນຕີ 2 ທ່ານລ້ວນແຕ່ເນັ້ນໜັກຄວາມຈຳເປັນຕ້ອງບຸລິມະສິດສ້າງ ອາຊຽນ ສາມັກຄີ, ເປັນເອກະພາບ ແລະ ສ້າງຕັ້ງໂຄງປະກອບພາກພື້ນເຄື່ອນໄຫວໂດຍອີງໃສ່ລະບຽບກົດໝາຍ. ລັດຖະມົນຕີ 2 ທ່ານເຫັນດີເປັນເອກະພາບວ່າ ອາຊຽນ ຄວນຊຸກຍູ້ການເຈລະຈາແທດຈິງກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).    
        ກ່ຽວກັບການຮ່ວມມືປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ລັດຖະມົນຕີ 2 ທ່ານໄດ້ແລກປ່ຽນກ່ຽວກັບການສົມທົບກັນໃນພາກຕົວຈິງລະຫວ່າງບັນດາກຳລັງປະກອບອາວຸດຄື ການລາດຕາເວນບົນທະເລຕ້ານໂຈນສະລັດ, ຊອກຫາກູ້ໄພກູ້ຊີບ, ການຢ້ຽມຢາມແລກປ່ຽນຕໍ່ກຳລັງທະຫານເຮືອ, ສ້ອມແປງ ແລະ ກູ້ໄພກູ້ຊີບກ່ຳປັ່ນດຳນ້ຳ; ສົມທົບກັນ, ເປັນເຈົ້າການໃນການຕໍ່ສູ້ກັບບັນດາໄພອັນຕະລາຍຂອງຄວາມໝັ້ນຄົງທີ່ບໍ່ເຄີຍມີມາຄືລັດທິກໍ່ການຮ້າຍ, ຄວາມປອດໄພທາງອິນເຕີເນັດ.
        ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Dato’Sri Anifag Aman, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ສະເໜີບັນດາການເຄື່ອນໄຫວທີ່ຈຳເປັນເພື່ອຜັນຂະຫຍາຍຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ມາເລເຊຍ ໃນປີນີ້. ທ່ານ Dato’Sri Anifag Aman ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນກັບ ຫວຽດນາມ; ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ຫວຽດນາມ ສຳຜັດກັບຕະຫຼາດ ມາເລເຊຍ, ພິເສດໃນຂົງເຂດຜະລິດ ແລະ ປຸງແຕ່ງສະບຽງອາຫານໃຫ້ຊາວມຸດສະລິມ…
        ລັດຖະມົນຕີ 2 ທ່ານເນັ້ນໜັກຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມໝັ້ນຄົງປອດໄພໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ; ເຫັນດີໃຫ້ ອາຊຽນ ຄວນສົມທົບກັນຢ່າງແໜ້ນແຟ້ນ ເພື່ອພ້ອມກັບ ຈີນ ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ມີຄຸນນະພາບ ແລະ ໄດ້ໝູນໃຊ້ຢ່າງມີປະສິດທິຜົນໃນສະພາບການຕົວຈິງ.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ BRICS ຄັ້ງ​ທີ 18

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ BRICS ຄັ້ງ​ທີ 18

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​​ດຳ​ເນີນ​ແຕ່​ວັນ​ທີ 12 – 13 ກັນ​ຍາ, ມີ​ຄວາມ​ໝາຍ​ສຳ​ຄັນ​ທັງ​ດ້ານຫຼາຍ​ຝ່າຍ ແລະ ສອງ​ຝ່າຍ, ຍົກ​ສູງ​ບົດ​ບາດ, ຖາ​ນະບົດ​ບາດ, ປະ​ກອບ​​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ ຕໍ່​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ ແລະ ອະ​ນາ​ຄົດ​ຂອງ​ພາກ​ພື້ນ ແລະ ໂລກ.

Top