• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຂອງປະທານສະພາຕ່ຳລັດເຊຍໃນການຢ້ຽມຢາມຫວຽດນາມຢ່າງເປັນທາງການ

      ຕອນບ່າຍວັນທີ 24 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາຕ່ຳດູມາແຫ່ງຊາດ ສະຫະພັນລັດເຊຍ Vyacheslav Viktorovich Volodin ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

(ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ຕ້ອນຮັບທ່ານປະທານສະພາຕ່ຳດູມາແຫ່ງຊາດ
ສະຫະພັນລັດເຊຍ Vyacheslav Viktorovich Volodin)
      ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ໄດ້ຊົມເຊີຍເລື່ອງສະພາແຫ່ງຊາດຫວຽດນາມ ແລະ ສະພາຕ່ຳດູມາແຫ່ງຊາດລັດເຊຍ ໄດ້ລົງນາມໃນຂໍ້ຕົກລົງສ້າງຕັ້ງຄະນະກຳມະການລະຫວ່າງລັດຖະສະພາ ລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະເທດ.
ໃນຕອນເຊົ້າວັນດຽວກັນ, ທີ່ການຕ້ອນຮັບທ່ານປະທານສະພາຕ່ຳສະຫະພັນລັດເຊຍ Vyacheslav Viktorovich Volodin ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ລັດເຊຍ ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງ 2 ຝ່າຍຄື: ນ້ຳມັນອາຍແກັດ, ກໍ່ສ້າງລັດຖະບານເອເລັກໂຕນິກ ຫຼື ໂຄງການສູນຄົ້ນຄວ້າວິທະຍາສາດເຕັກໂນໂລຊີນິວເຄຼຍ; ສະເໜີໃຫ້ສະພາຕ່ຳລັດເຊຍຊູກຍູ້ ເພື່ອໃຫ້ຝ່າຍລັດເຊຍ ພິຈາລະນາເປີດກວ້າງບັນຊີລາຍຊື່ວິສາຫະກິດຫວຽດນາມ ໄດ້ຮັບອະນຸຍາດສົ່ງສິນໃນນ້ຳໄປຍັງຕະຫຼາດລັດເຊຍ… ຫວຽດນາມ ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດນ້ຳມັນອາຍແກັດຂອງລັດເຊຍ ຮ່ວມມືລົງທຶນຢ່າງມີປະສິດທິຜົນຢູ່ຫວຽດນາມ ໃນຂອບເຂດບັນດາບໍລິສັດຮ່ວມທຸລະກະກິດຫວຽດນາມ - ລັດເຊຍ ຢູ່ 2 ປະເທດ.
        ສ່ວນທ່ານ Vyacheslav Viktorovich Volodin ໃຫ້ຮູ້ວ່າ, ປີ 2018, ວົງເງິນການຄ້າ 2 ສົ້ນເຕີບໂຕ 35% ແລະ 2 ຝ່າຍພວມສູ້ຊົນບັນລຸໄດ້ 10 ຕື້ USD ໃນປີ 2020.
 (ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top