ຕອນຄ່ຳວັນທີ 05 ພຶດສະພາ, ຢູ່ເຂດ ໂຮ່ວັນ (ຂຶ້ນກັບເຂດ ວັນມຽວ - ກວັກຕືຢາມ), ຮ່າໂນ້ຍ ໄດ້ຈັດ “ຄ່ຳຄືນກະທົງ ໂຮ່ວັນ - ວັນມຽວ” ດ້ວຍຫົວຂໍ້ “ຈຸດໂຄມໄພເພື່ອເປີດພູມປັນຍາ - ສົ່ງຄຳພາວະນະປະສົບຜົນສຳເລັດ”.
ຢູ່ທີ່ນີ້, ແຂກທ່ອງທ່ຽວໄດ້ຮັບຊົມບັນດາລາຍການສະແດງເຄື່ອງດົນຕີທີ່ເປັນມູນເຊື້ອ, ຮັບຊົມສິລະປະຟ້ອນຕຸກກະຕາເທິງບົກ ແລະ ຮັບປະທານເຍື່ອງອາຫານເຈ. ນອກນັ້ນ, ແຂກທ່ອງທ່ຽວຍັງໄດ້ເຂົ້າຮ່ວມພ້ອມກັບບັນດານັກສິລະປະການໝູ່ບ້ານອາຊີບເຮັດເຈ້ຍສາ, ເຮັດທຽນ ຕະຫຼອດຮອດການຂຽນຕົວໜັງສືຫວຽດເດີມ.
ທ່ານ ກ່ຽວກ້າວຢຸງ, ຜູ້ກຳກັບໃຫຍ່, ຫົວໜ້າຄະນະຈັດລາຍການ, ໃຫ້ຮູ້ວ່າ:
“ລາຍການນີ້ຄືດັ່ງຂົວເຊື່ອມຕໍ່ລະຫວ່າງອະດີດຕະການ ແລະ ປະຈຸບັນ. ຂ້າພະເຈົ້າປາດຖະໜາວ່າ ຜະລິດຕະພັນນີ້ສົມທົບກັບບັນດາການເຄື່ອນໄຫວທີ່ມີຢູ່ແລ້ວຈະສ້າງເປັນຜະລິດຕະພັນທ່ອງທ່ຽວໃຫ້ແຂກທ່ອງທ່ຽວຢ່າງຄົບຖ້ວນກວ່າ. ແຂກທ່ອງທ່ຽວອາດສາມາດເຂົ້າຮ່ວມບັນດາການເຄື່ອນໄຫວທ່ອງທ່ຽວຕອນກາງຄືນກ່ຽວກັບການເຄື່ອນໄຫວວັດທະນະທຳ, ສີລະປະ, ອາຫານການກິນ”.







