• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການາດາ ຢືນຢັນ ຫວຽດນາມ ແມ່ນພາກສ່ວນໜຶ່ງທີ່ສຳຄັນໃນວິວັດການເຈລະຈາ CPTPP

      ທ່ານລັດຖະມົນຕີ Francois – Philippe Champagne ຢືນຢັນວ່າ: ຍາມໃດກໍ່ຢູ່ຂ້າງກັບ ຫວຽດນາມ ເພື່ອຮັບປະກັນວ່າ ເມື່ອຢາກມຸ່ງໄປເຖິງສັນຍາທີ່ມີຄວາມມັກໃຫຍ່ໄຝ່ສູງທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນກໍ່ຕ້ອງເຂົ້າໃຈ
ທ່ານ Francois – Philippe Champagne, ລັດຖະມົນຕີການຄ້າສາກົນ ການາດາ 
(ພາບ: Phạm Huân/VOV-Washington)
      ຫວຽດນາມ ແມ່ນພາກສ່ວນໜຶ່ງທີ່ສຳຄັນໃນວິວັດການເຈລະຈາສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP). ນີ້ແມ່ນຄຳຢືນຢັນຂອງທ່ານ Francois – Philippe Champagne, ລັດຖະມົນຕີການຄ້າສາກົນ ການາດາ ໃນການຕອບສຳພາດຕໍ່ສື່ມວນຊົນຢູ່ຈີເລ ຢູ່ນອກພິທີລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP). ທ່ານລັດຖະມົນຕີ Francois – Philippe Champagne ຢືນຢັນວ່າ: ຍາມໃດກໍ່ຢູ່ຂ້າງກັບ ຫວຽດນາມ ເພື່ອຮັບປະກັນວ່າ ເມື່ອຢາກມຸ່ງໄປເຖິງສັນຍາທີ່ມີຄວາມມັກໃຫຍ່ໄຝ່ສູງທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນກໍ່ຕ້ອງເຂົ້າໃຈໄດ້ວ່າ ແຕ່ລະປະເທດມີລະດັບການພັດທະນາທີ່ແຕກຕ່າງກັນ. ທ່ານລັດຖະມົນຕີ  Champagne ເນັ້ນໜັກວ່າ: ການາດາ ປາດຖະໜາຢາກປັບປຸງການພົວພັນສຳຄັນກັບ ຫວຽດນາມ ແລະ ຕາມ ສັນຍາ CPTPP ນັ້ນ, 2 ປະເທດ ອາດຈະເພີ່ມທະວີດ້ານການຄ້າ ໃນຂະນະທີ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງ 2 ປະເທດອາດຈະເຮັດໄດ້ຫຼາຍກ່ວາອີກ.
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ ຄັ້ງ​ທີ 6

ກອງ​ປະ​ຊຸມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ ຄັ້ງ​ທີ 6

ຕອນ​ເຊົ້າ​ວັນ​ທີ 03 ເມ​ສາ, ຢູ່​ສຳ​ນັກ​ງານກອ​ງ​ບັນ​ຊາ​ການ​ທະ​ຫານ​ເຂດ 5, ນະ​ຄອນ ດ່າ​ໜັງ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ ຄັ້ງ​ທີ 6. ທ່ານ ພົນ​ໂທ ຫງວຽນ​ເຈື່ອງ​ຖັງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ທ່ານພົນ​ໂທ ສາຍ​ໃຈ ກົມ​ມະ​ສິດ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ, ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ​ລາວ, ເປັນ​ປະ​ທານ​ຮ່ວມ.

Top