• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຮ່ວມມື APEC ສືບຕໍ່ແມ່ນບັນດາຈຸດສຸມໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ

      ຕອນເຊົ້າວັນທີ 30 ພະຈິກ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດກອງປະຊຸມຫວຽດນາມ ແລະ  APEC: 20 ປີທີ່ຜ່ານມາ ແລະ ໄລຍະທາງຈະມາເຖິງ”.

(ຜູ້ແທນເຂົ້າຮ່ວມກອງປະຊຸມ “ຫວຽດນາມ ແລະ  APEC: 20 ປີທີ່ຜ່ານມາ ແລະ ໄລຍະທາງຈະມາເຖິງ”)
      ກອງປະຊຸມແມ່ນເພື່ອແນໃສ່ສະຫຼຸບ ແລະ ຖອດຖອນຄືນບັນດາຜົນງານເຊິ່ງ APEC ບັນລຸໄດ້, ຕີລາຄາບັນດາກາລະໂອກາດ ແລະ ສິ່ງທ້າທາຍສຳລັບເວທີປາໄສໃນສະພາບການໃໝ່, ຈາກນັ້ນສະເໜີບັນດາການກຳນົດທິດໃນການຮ່ວມມື ແລະ ບັນດາເນື້ອໃນຂອງວິໄສທັດ APEC ພາຍຫຼັງປີ 2020. ໝາກຜົນການປຶກສາຫາລືທີ່ກອງປະຊຸມ ຈະປະກອບສ່ວນຢ່າງແທດຈິງໃຫ້ແກ່ວິວັດທະນາການສ້າງວິໄສທັດ APEC ຫຼັງປີ 2020 ເຊິ່ງບັນດາປະເທດສະມາຊິກ ແລະ ກຸ່ມວິໄສທັດ APEC ຕັ້ງໜ້າຜັນຂະຫຍາຍ, ຕາມຄຳຊີ້ນຳຂອງການນຳທີ່ກອງປະຊຸມຂັ້ນສູງດ່ານັ້ງ ເມື່ອເດືອນ ພະຈິກ 2017. ສຳລັບຫວຽດນາມ, ກອງປະຊຸມແມ່ນໂອກາດເພື່ອໃຫ້ຫວຽດນາມ ພ້ອມກັບເພື່ອນມິດສາກົນຕີລາຄາຄືນໝາກຜົນການເຂົ້າຮ່ວມ, ການປະກອບສ່ວນຂອງຫວຽດນາມ ໃນ APEC… ນອກນັ້ນ, ຈາກກອງປະຊຸມ, ຫວຽດນາມ ກໍ່ຖອດຖອນບັນດາບົດຮຽນ, ສະເໜີບັນດານະໂຍບາຍ ແລະ ມາດຕະການເພື່ອໃຫ້ຫວຽດນາມ ແລະ ອາຊຽນ ປະກອບສ່ວນຢ່າງມີປະສິດທິຜົນ, ແທດຈິງກວ່າໃນ APEC ແລະ ໃນການສ້າງໂຄງປະກອບຮ່ວມສຳພັນເສດຖະກິດພາກພື້ນໃນສະພາບການໃໝ່ໃຫ້ເປັນຮູບປະທຳ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ທົບທວນຄືນບັນດາຜົນງານພົ້ນເດັ່ນຂອງຫວຽດນາມ ນັບແຕ່ເມື່ອເຂົ້າເປັນສະມາຊິກ APEC. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ, ຢືນຢັນວ່າ.
        “ເລື່ອງສະຫຼຸບ 20 ປີທີ່ເຂົ້າເປັນສະມາຊິກ APEC ໃນກອງປະຊຸມຄັ້ງນີ້ ແມ່ນພື້ນຖານສຳຄັນເພື່ອໃຫ້ຫວຽດນາມ ສ້າງກຳນົດທິດຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ ໃນໄລຍະຈະມາເຖິງ. ໃນຍຸກສະໄໝທະສາດໃໝ່, ພາກພື້ນອາຊີ - ປາຊີຟິກ ແລະ APEC ສືບຕໍ່ແມ່ນໜຶ່ງໃນບັນດາຈຸດສຸມໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືກັບບັນດາປະເທດສະມາຊິກຢ່າງແໜ້ນແຟ້ນ ເພື່ອເສີມຂະຫຍາຍບົດບາດຂອງ APEC, ມຸ່ງໄປເຖິງການປະຕິບັດເປົ້າໝາຍສ້າງປະຊາຄົມອາຊີ - ປາຊີຟິກ ແຫ່ງສັນຕິພາບ, ສະຖຽນລະພາບ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ເຊື່ອມຕໍ່ ແລະ ມີຄວາມວັດທະນາຖາວອນ”.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top