• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ເປັນກຳລັງໝູນໃຫ້ແກ່ການພົວພັນ ຫວຽດນາມ - ອາເມລິກາ

ອາເມລິກາ ກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານ ກັບ ຫວຽດນາມ ແລະ ສືບຕໍ່ຮ່ວມມືກັບ ຫວຽດນາມ ເພື່ອ ຊຸກຍູ້ການພົວພັນສອງຝ່າຍພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ ກ່ວາອີກໃນໄລຍະຈະມາເຖິງ.

ທ່ານ ຟ້າມບີ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕ້ອນຮັບທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ.

ວັນທີ 26 ກຸມພາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ຟ້າມບີ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການເຈລະຈາກັບ ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ ເນື່ອງໃນໂອກາດມາ ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ. ເກົາຫຼີ ໃນລະຫວ່າງວັນທີ 27 – 28 ກຸມພາ.

        ທີ່ການເຈລະຈາ, ທ່ານ ຟ້າມບີ່ງມີງ ໄດ້ຕີລາຄາສູງ ເລື່ອງ ອາເມລິກາ ແລະ ສປປ. ເກົາຫຼີ ເລືອກເຟັ້ນ ຫວຽດນາມ ເປັນສະຖານທີ່ຈັດຕັ້ງກອງປະຊຸມສຸດຍອດ ຄັ້ງທີ່ ສອງ, ສະແດງຄວາມປາດຖະໜາວ່າ ການພົບປະຈະປະສົບຜົນສຳເລັດ. ສ່ວນທ່ານ Mike Pompeo ໄດ້ຂອບໃຈ ແລະ ຕີລາຄາສູງ ຫວຽດນາມ ໃນການສະໜອງສະຖານທີ່ໃຫ້ແກ່ກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ. ເກົາຫຼີ, ພ້ອມທັງຫວັງວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການປອດນິວເຄຼຍ ແລະ ສ້າງ ສັນຕິພາບທີ່ຍາວນານໃນແຫຼມເກົາຫຼີ.

        ກ່ຽວກັບການພົວພັນສອງຝ່າຍ, ທ່ານ ຮອງນາຍົກລັດຖະມົນຕີລັດຖະມົນຕີການຕ່າງປະເທດ ຝ້າມບີ່ງມີງ ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນ ການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ອາເມລິກາ, ພ້ອມທັງເນັ້ນໜັກວ່າສອງປະເທດຄວນສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆຄື: ການເກັບກູ້ລະເບີດຍັງບໍ່ທັນແຕກ, ໜູນຊ່ວຍຜູ້ຕິດສານຜິດສີສົ້ນ…ທ່ານ ລັດຖະມົນຕີການຕ່າງປະເທດ Mike Pompeo ຢັ້ງຢືນວ່າ ອາເມລິກາ ກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານ ກັບ ຫວຽດນາມ ແລະ ສືບຕໍ່ຮ່ວມມືກັບ ຫວຽດນາມ ເພື່ອ ຊຸກຍູ້ການພົວພັນສອງຝ່າຍພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ ກ່ວາອີກໃນໄລຍະຈະມາເຖິງ. ທັງສອງຝ່າຍເຫັນດີເປັນເອກະພາບໃຫ້ບຸລິມະສິດຊຸກຍູ້ການແລກປ່ຽນ ຄະນະຜູ້ແທນຂັ້ນສູງໃນປີ 2019, ມຸງສູ່ ປີສະເຫຼີມສະຫຼອງ 25 ປິແຫ່ງວັນສ້າງຕັ້ງການພົວພັນດ້ານການທູດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີໃນປີ 2020, ສືບຕໍ່ຖືວ່າການຮ່ວມມືການຄ້າ ແລະ ການລົງທຶນເປັນກຳລັງໝູນໃຫ້ແກ່ການພົວພັນ ຫວຽດນາມ - ອາເມລິກາ, ເພີ່ມທະວີການພົວພັນດ້ານ ການສຶກສາ - ບຳລຸງສ້າງ, ພົວພັນແລກປ່ຽນປະຊາຊົນ ສອງປະເທດ.

(ແຫຼ່ງຄັດຈາກ VOV)


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top