ຕອນເຊົ້າວັນທີ 07 ສິງຫາ, ລັດຖະບານ ໄທ ໃຫ້ຮູ້ວ່າ, ຄະນະຜູ້ແທນ ໄທ ໂດຍທ່ານພົນເອກ ນັດທະພົນ ນາດພະນິດ, ຜູ້ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ໄທ ນຳໜ້າ ໄດ້ເດີນທາງມາຮອດນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ ເພື່ອກະກຽມໃຫ້ກອງປະຊຸມຄະນະກຳມະການຊາຍແດນຮ່ວມຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດກັບ ກຳປູເຈຍ.
ເມື່ອຕອບສຳພາດຕໍ່ວົງການນັກຂ່າວກ່ອນຈັດກອງປະຊຸມ, ທ່ານພົນເອກ ນັດທະພົນ ນາດພະນິດ ຢືນຢັນວ່າ, ການສົນທະນາຂັ້ນຄະນະເລຂາທິການລະຫວ່າງ 2 ປະເທດທີ່ຈັດຂຶ້ນກ່ອນໜ້ານັ້ນກໍ່ບັນລຸໄດ້ຮ່າງຂໍ້ສະເໜີຮ່ວມ. ທ່ານໃຫ້ຮູ້ຕື່ມອີກວ່າ ຂໍ້ຕົກລົງກ່ຽວກັບຄຳສັ່ງຢຸດຍິງລະຫວ່າງ 2 ປະເທດຈະໄດ້ຮັບການປັບປຸງ, ເພີ່ມທະວີຜ່ານ 3 ລະດັບການຮ່ວມມື.
ກອງປະຊຸມທີ່ຈັດຂຶ້ນໃນວັນດຽວກັນກໍ່ມີການເຂົ້າຮ່ວມຂອງຜູ້ຕາງໜ້າ 3 ປະເທດແມ່ນ: ອາເມລິກາ, ຈີນ ແລະ ມາເລເຊຍ ດ້ວຍຖານະເປັນປະເທດສັງເກດການ.