• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມ 2 ຄັ້ງປະຫວັດສາດເປັນການສ້າງພື້ນຖານໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ - ອິນໂດເນ

      ການເສັງ ມີຫົວຂໍ້ວ່າ ຊອກຮູ້ກ່ຽວກັບການຢ້ຽມຢາມອິນໂດເນເຊຍຄັ້ງປະຫວັດສາດຂອງປະທານໂຮ່ຈີມິນ ແລະ ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ Sukarno” ເຊິ່ງໄດ້ເລີ່ມແຕ່ວັນທີ 14 ຕຸລາ ຫາວັນທີ 15 ທັນວາ  2019 ຈຶ່ງອັດລົງ. 

ປະທານໂຮ່ຈີມິນ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Sukarno  (ພາບເອກະສານ)
      ເນື່ອງໃນໂອກາດສະເຫຼີມສະຫຼອງວັນປະທານໂຮ່ຈີມິນ ຢ້ຽມຢາມ ອິນໂດເນເຊຍ (27/2/1959) ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Sukarno ຢ້ຽມຢາມຫວຽດນາມ ຄົບຮອບ 60 ປີ (24/09/1959) ແລະ ມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ອິນໂດເນເຊຍ ຄົບຮອບ 65 ປີ ໃນປີ 2020, ວິທະຍຸກະຈາຍສຽງຫວຽດນາມ ໄດ້ສົມທົບກັບກັບສະຖານທູດ ອິນໂດເນເຊຍ ປະຈໍາ ຮ່າໂນ້ຍ ຈັດຕັ້ງການເສັງ ຊອກຮູ້ກ່ຽວກັບການຢ້ຽມຢາມສອງຄັ້ງປະຫວັດສາດດັ່ງກ່າວ.
        ການເສັງ ມີຫົວຂໍ້ວ່າ “ຊອກຮູ້ກ່ຽວກັບການຢ້ຽມຢາມອິນໂດເນເຊຍຄັ້ງປະຫວັດສາດຂອງປະທານໂຮ່ຈີມິນ ແລະ ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ Sukarno” ເຊິ່ງໄດ້ເລີ່ມແຕ່ວັນທີ 14 ຕຸລາ ຫາວັນທີ 15 ທັນວາ  2019 ຈຶ່ງອັດລົງ. ທ່ານນາງ ຫວຽນຖຸ໋ຍຮວາ, ຫົວໜ້າພະແນກພົວພັນສາກົນ, ວິທະຍຸກະຈາຍສຽງຫວຽດນາມ  ໃຫ້ຮູ້ວ່າ:
        “ປີ 1959, ອິນໂດເນເຊຍ ແມ່ນປະເທດທໍາອິດ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ເຊິ່ງປະທານໂຮ່ຈີມິນໄດ້ໄປຢ້ຽມຢາມຢ່າງເປັນທາງການ; ໃນຂະນະ ຫວຽດນາມ ແມ່ນປະເທດສຸດທ້າຍໃນການໄປປະຕິບັດງານຢູ່ຕ່າງປະເທດຂອງທ່ານປະທານາທິບໍດີ Sukarno. ມີເລື່ອງລາວ ແລະ ຄວາມຊົງຈໍາຫຼາຍຢ່າງທີ່ມີຄວາມໝາຍໃນການຢ້ຽມຢາມ 2 ຄັ້ງດັ່ງກ່າວ. ດັ່ງນັ້ນ, ການເສັງຄັ້ງນີ້ ແມ່ນການເຄື່ອນໄຫວເພື່ອຫວນຄືນປະຫວັດສາດອັນດີງາມ, ສືບຕໍ່ເພີ່ມພູນຄູນສ້າງໄມຕີຈິດມິດຕະພາບຂອງປະທານໂຮ່ຈີມິນ ແລະ ທ່ານ ປະທານາທິບໍດີ Sukarno , ພ້ອມທັງເພີ່ມທະວີການພົວພັນລະຫວ່າງສອງປະເທດ ແລະ ເພີ່ມພູນຄູນສ້າງຄວາມຮູ້ການພົວພັນດັ່ງກ່າວ ໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ”.
        ການເສັງຄັ້ງນີ້ ກໍມຸ່ງໄປເຖິງກຸ່ມເປົ້າໝາຍ ແມ່ນປະຊາຄົມຊາວ ອິນໂດເນເຊຍ ທີ່ພວມດໍາລົງຊີວິດຢູ່ຫວຽດນາມ. 
 (ແຫຼ່ງຄັດຈາກ VOV)
 

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top