• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມ ສ.ເກົາຫຼີ ຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຮັດໃຫ້ການພົວພັນສອງຝ່າຍ ເລິກເຊິ່ງກ່ວາອີກ

      ໃນຄັ້ງນີ້ ສອງຝ່າຍ ຈະປຶກສາຫາລືເພື່ອຊອກຫາວິທີແກ້ໄຂຂໍ້ຕິດຂັດ ທີ່ພວມກີດຂວາງການພົວພັນແລກປ່ຽນການຄ້າ ແລະ ການເຄື່ອນໄຫວເດີນທາງໄປມາລະຫ່ວາງ ສອງປະເທດ, ຫັນບັນດາຂໍ້ກຳນົດກ່ຽວກັບບັນຫາເຊິ່ງລັດຖະບານສອງປະເທດເຫັນດີເປັນລະບອບລະບຽບການ. 
ທ່ານ ປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong – seug (ພາບ: TTXVN)
      ໂດຍໄດ້ຮັບຄຳເຊີນຂອງທ່ານ ປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong – seug, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄປຢ້ຽມຢາມ ສ.ເກົາຫຼີຢ່າງເປັນທາງການ ນັບແຕ່ວັນທີ 12 ທັນວາ. ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ເນື່ອງໃນໂອກາດນີ້ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong – seug ຢັ້ງຢືນວ່າ ການຢ້ຽມຢາມ ສ.ເກົາຫຼີ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຈະປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືສອງຝ່າຍເລິກເຊິ່ງກ່ວາອີກ. ຫວຽດນາມ ແມ່ນປະເທດຫຼັກແຫຼ່ງໃນນະໂຍບາຍມຸ່ງໄປເຖິງທາງທິດໃຕ້ໃໝ່ຂອງ ສ.ເກົາຫຼີ, ແລະນີ້ແມ່ນປະເທດທີ່ມີຄວາມສຳຄັນທີ່ສຸດ ໃນການພົວພັນຄູ່ຮ່ວມມືຍຸດທະສາດ. ຜ່ານການຢ້ຽມຢາມຄັ້ງນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2022, ສອງຝ່າຍຈະປຶກສາຫາລືກ່ຽວກັບບັນຫາຍົກລະດັບສູງການພົວພັນສອງຝ່າຍ ຈາກການພົວພັນຄູ່ຮ່ວມມືຍຸດທະສາດ ໃນປັດຈຸບັນຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ. ນອກນັ້ນ, ໃນຄັ້ງນີ້ ສອງຝ່າຍ ຈະປຶກສາຫາລືເພື່ອຊອກຫາວິທີແກ້ໄຂຂໍ້ຕິດຂັດ ທີ່ພວມກີດຂວາງການພົວພັນແລກປ່ຽນການຄ້າ ແລະ ການເຄື່ອນໄຫວເດີນທາງໄປມາລະຫ່ວາງ ສອງປະເທດ, ຫັນບັນດາຂໍ້ກຳນົດກ່ຽວກັບບັນຫາເຊິ່ງລັດຖະບານສອງປະເທດເຫັນດີເປັນລະບອບລະບຽບການ. ສອງຝ່າຍກໍ່ຈະປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການຮ່ວມມື, ການແລກປ່ຽນລະຫວ່າງສອງລັດຖະສະພາພາຍຫຼັງການພົບປະລະຫວ່າງປະທານສະພາແຫ່ງຊາດສອງປະເທດໃນ ປີ 2020.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top