• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມ ສ.ຝລັ່ງ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ປະກອບສ່ວນຍົກສູງການຮ່ວມມືລະຫວ່າງ 2 ປະເທດ

ຕາມທ່ານ Denis Rondepierre, ການຢ້ຽມຢາມ ສ ຝລັ່ງ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແມ່ນມີຄວາມໝາຍສຳຄັນ, ຊຶ່ງໄດ້ດຳເນີນເນື່ອງໃນໂອກາດ ຫວຽດນາມ ແລະ ຝລັ່ງ ສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.


ທ່ານ Denis Rondepierre, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການພັກກອມມູນິດ ຝລັ່ງ

(ພາບ: Baotintuc.vn)

ການຢ້ຽມຢາມ ສ.ຝລັ່ງ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ປະກອບສ່ວນຍົກສູງການຮ່ວມມືລະຫວ່າງ 2 ປະເທດ - ນັ້ນແມ່ນຄຳເຫັນຂອງທ່ານ Denis Rondepierre, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການພັກກອມມູນິດ ຝລັ່ງ (PCF) ເມື່ອຕອບສຳພາດນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ຝລັ່ງ ເນື່ອງໃນໂອກາດທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ສ ຝລັ່ງ ຢ່າງເປັນທາງການແຕ່ວັນທີ 25 – 27 ມີນາ ຕາມຄຳເຊີນຂອງທ່ານປະທານາທິບໍດີ ສ. ຝລັ່ງ Emmanuel Macron.

 

        ຕາມທ່ານ Denis Rondepierre, ການຢ້ຽມຢາມ ສ ຝລັ່ງ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແມ່ນມີຄວາມໝາຍສຳຄັນ, ຊຶ່ງໄດ້ດຳເນີນເນື່ອງໃນໂອກາດ ຫວຽດນາມ ແລະ ຝລັ່ງ ສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ການຢ້ຽມຢາມຈະປະກອບສ່ວນສຳຄັນຊຸກຍູ້ການພົວພັນຍຸດທະສາດເພື່ອແນໃສ່ຍົກສູງການພົວພັນຮ່ວມມືລະຫວ່າງ ຝລັ່ງ ແລະ ຫວຽດນາມ ໃນຫຼາຍຂົງເຂດຄື: ວັດທະນະທຳ, ການສຶກສາ, ການບຳລຸງສ້າງ, ຍຸຕິທຳ, ການບໍລິການ, ພັດທະນາເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຮັບປະກັນສັນຕິພາບຢູ່ພາກພື້ນ ແລະ ຢູ່ໃນໂລກ.


ພາບປະກອບ

ທ່ານ Denis Rondepierre ໃຫ້ຮູ້ວ່າ: ທ້າຍເດືອນ ເມສາ 2018, ມີຄະນະຜູ້ແທນຂອງ ພັກກອມມູນິດ ຝລັ່ງ (PCF) ຈະມາຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ເພື່ອແນໃສ່ແລກປ່ຽນດ້ານການເມືອງຢ່າງເລິກເຊິ່ງ ກ້ວາງຂວາງ ແລະ ກະກຽມ ຈັດກອງປະຊຸມສຳມະນາຫົວເລື່ອງສະເພາະ ຄັ້ງທີ 3 ລະຫວ່າງ PCF ແລະ ພັກກອມມູນິດ ຫວຽດນາມ, ຊຶ່ງຄາດວ່າ ຈະດຳເນີນຢູ່ ປາຣີ ໃນປີ 2019.

        ແລະ ກໍ່ເນື່ອງໂອກາດການຢ້ຽມຢາມ ຝລັ່ງ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ມີບົດຂຽນ “ແງ່ຫວັງອັນດີງາມຂອງການພົວພັນ ຫວຽດນາມ - ຝລັ່ງ” ລົງພິມໃນໜັງສືພິມ “Le Monde” ຂອງ ຝລັ່ງ.

        ບົດຂຽນໃຫ້ຮູ້ວ່າການພົວພັນ ຫວຽດນາມ - ຝລັ່ງ ໄດ້ພັດທະນາຢ່າງແຮງກ່ວາພາຍຫຼັງທີ່ ຫວຽດນາມ ເຂົ້າເປັນສະມາຊິກຂອງ ອາຊຽນ ໃນປີ 1995, ຂ້າມຜ່ານຂອບເຂດການພົວພັນ 2 ຝ່າຍ ແລະ ນອນໃນຂອບເຂດການພົວພັນລະຫວ່າງສະຫະພາບ ເອີລົບ ກັບ ຫວຽດນາມ ແລະ ນອນໃນນະໂຍບາຍຂອງ ຝລັ່ງ ສຳລັບ ອາຊີຕາເວັນອອກສ່ຽງໃຕ້.

      ບົດຂຽນຖືວ່າ ການເພີ່ມທະວີການພົວພັນຮ່ວມມື ຫວຽດນາມ - ຝລັ່ງ ໄດ້ກາຍເປັນຄວາມຮຽກຮ້ອງຕ້ອງການພາວະວິໄສ ແລະ ຈຳເປັນເພື່ອຜົນປະໂຫຍດຂອງທັງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

 

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top