• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນ ອາບຟຣີກາໃຕ້ - ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່

ທ່ານປະທານາທິບໍດີ Ramaphosa ໄດ້ສະແດງຄວາມປະຕິຊົມຊື່ນກ່ຽວກັບການພົວພັນລະຫວ່າງ ອາບຟຣີກາ ໃຕ້ - ຫວຽດນາມ ທີ່ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ໃນຂະນະທີ່ສອງປະເທດ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1993 – 2023).
ທ່ານ ຮ່ວາງສີເກື່ອງ, ເອກອັກຄະລັດຖະທູດ ຫວຽດນາມ ແລະ ທ່ານປະທານາທິບໍດີ Ramaphosa (ພາບ:TTXVN)

ຕອນບ່າຍວັນທີ 3 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Pretoria, ທ່ານ ຮ່ວາງສີເກື່ອງ, ເອກອັກຄະລັດຖະທູດ ຫວຽດນາມ ໄດ້ຍື່ນສານຕາຕັ້ງຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໃຫ້ທ່ານ Cyril Ramaphosa, ປະທານາທິບໍດີ ອາບຟຣີກາ ໃຕ້. ທີ່ພິທີ, ທ່ານເອກອັກຄະລັດຖະທູດ ຮ່ວາງສີເກື່ອງ ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມປະກອບສ່ວນໃນອາຍຸການປະຕິບັດງານຂອງຕົນ ເພື່ອສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ; ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ, ໃນນັ້ນ, ມີຈຸດສຸມແມ່ນການເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ.    

ທ່ານປະທານາທິບໍດີ Ramaphosa ໄດ້ສະແດງຄວາມປະຕິຊົມຊື່ນກ່ຽວກັບການພົວພັນລະຫວ່າງ ອາບຟຣີກາ ໃຕ້ - ຫວຽດນາມ ທີ່ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ໃນຂະນະທີ່ສອງປະເທດ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1993 – 2023). ທ່ານໃຫ້ຮູ້ວ່າ: ສອງປະເທດ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ດ້ວຍການເຄື່ອນໄຫວທີ່ຕັ້ງໜ້າ, ຫຼາຍຮູບຫຼາຍແບບ, ຟົດຟື້ນ, ໃນຫຼາຍຊ່ອງທີ່ແຕກຕ່າງກັນ, ເປັນຕົ້ນແມ່ນການຢ້ຽມຢາມ ອາບຟຣີກາ ໃຕ້ ຂອງທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ໃນລະຫວ່າງວັນທີ 13 – 16 ກັນຍາຜ່ານມາ. ໃນໄລຍະເວລານີ້ ກໍ່ໄດ້ດຳເນີນເຫດການຊຸມວັນ ຫວຽດນາມ ຢູ່ ອາບຟຣີກາໃຕ້ ດ້ວຍເຫດການຕ່າງໆຢ່າງສຳເລັດຜົນ, ເຊິ່ງໄດ້ສ້າງຄວາມປະທັບໃຈໃຫ້ແກ່ເພື່ອນມິດ ອາບຟຣີກາ ໃຕ້ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ຮ່ວມ​ມື​ຫວຽດ​ນາມ - EIB ໃນ​ການ​ໜູນ​ຊ່ວຍ​ສິນ​ເຊື່ອ​​ໂຄງ​ການ​ພະ​ລັງ​ງານ​ສີ​ຂຽວ

ຊຸກ​ຍູ້​ການ​ຮ່ວມ​ມື​ຫວຽດ​ນາມ - EIB ໃນ​ການ​ໜູນ​ຊ່ວຍ​ສິນ​ເຊື່ອ​​ໂຄງ​ການ​ພະ​ລັງ​ງານ​ສີ​ຂຽວ

ຕອນບ່າຍວັນທີ 13 ມີນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານນາງ Nicola Beer, ຮອງປະທານທະນາຄານລົງທຶນເອີລົບ (EIB).

Top