• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນ ຫວຽດນາມ - ອິນເດຍ ພັດທະນາດີງາມໃນໄລຍະ 50 ປີຜ່ານມາ

ຕາມບົດຂຽນແລ້ວ, ຈາກ “ການພົວພັນສອງຝ່າຍ” ຕະຫຼອດຮອດ “ຄູ່ຮ່ວມມືຍຸດທະສາດ” ແລະ ມາຮອດປະຈຸບັນແມ່ນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ”, ສອງປະເທດຍາມໃດກໍ່ມີການພົວພັນທາງການທູດທີ່ແໜ້ນແຟ້ນ.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບທ່ານປະທານສະພາຕ່ຳ ອິນເດຍ Om Birla ເມື່ອເດືອນ ເມສາ 2022 (ພາບ: Doãn Tấn/TTXVN)  

ສື່ເອເລັກໂຕນິກ The Moderndiplomacy.eu ຫາກໍ່ເອົາລົງບົດຂຽນຕີລາຄາກ່ຽວກັບການພົວພັນອັນດີງາມ ລະຫວ່າງ ຫວຽດນາມ - ອິນເດຍ ໃນ 50 ປີຜ່ານມາ. ຕາມບົດຂຽນແລ້ວ, ຈາກ “ການພົວພັນສອງຝ່າຍ” ຕະຫຼອດຮອດ “ຄູ່ຮ່ວມມືຍຸດທະສາດ” ແລະ ມາຮອດປະຈຸບັນແມ່ນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ”, ສອງປະເທດຍາມໃດກໍ່ມີການພົວພັນທາງການທູດທີ່ແໜ້ນແຟ້ນ. ເຖິງວ່າ, ມີລະບົບການເມືອງທີ່ແຕກຕ່າງກັນກໍ່ຕາມ ແຕ່ກໍ່ມີການຢ້ຽມຢາມທາງການທູດຂັ້ນສູງຫຼາຍຄັ້ງ ແລະ ອິນເດຍ ນັບມື້ນັບສວມບົດບາດສຳຄັນສຳລັບ ຫວຽດນາມ, ສະໜັບສະໜູນພື້ນຖານເອກະລາດຊົນຊາດ ແລະ ໂຮມປະເທດຊາດເປັນເອກະພາບ ຫຼື ໃຫ້ຄຳໝັ້ນສັນຍາພັດທະນາພື້ນຖານການປ້ອງກັນປະເທດ ຫວຽດນາມ ໃນໄລຍະປະຈຸບັນ.  ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດ ແລະ ສຳຄັນສຳລັບ ອິນເດຍ.

ອີກສ່ວນໜຶ່ງທີ່ສຳຄັນໃນການພົວພັນລະຫວ່າງ ອິນເດຍ - ຫວຽດນາມ ແມ່ນການຮ່ວມມືກ່ຽວກັບຍຸດທະສາດດ້ານເສດຖະກິດ  ແລະ ການເມືອງ. ທ່ານ Om Birla, ປະທານສະພາຕ່ຳ ໄດ້ເຕື້ອງເຖິງນັ້ນແມ່ນປາດຖະໜາຢາກຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງລະດັບ 15 ຕື້ USD ຈາກລະດັບ 13,2 ຕື້ USD ກ່ອນນັ້ນ, ພ້ອມທັງສະເໜີຄວາມປະທັບໃຈກ່ຽວກັບການພັດທະນາຂອງ ຫວຽດນາມ ໃນຫຼາຍຂົງເຂດເສດຖະກິດ. ກ່ຽວກັບແງ່ຫວັງການພົວພັນສອງຝ່າຍ, ສອງປະເທດພວມຜັນຂະຫຍາຍໂຄງການເຄື່ອນໄຫວ 2021 – 2023 ເພື່ອແນໃສ່ປະຕິບັດບັນດາຂໍ້ຕົກລົງ ແລະ ບັນດາຄຳໝັ້ນສັນຍາໃນການພົບປະທາງການ ແລະ ບັນດາການໂອ້ລົມທາງໂທລະສັບ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top