• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ ພວມພັດທະນາຢ່າງບໍ່ຢຸດຢັ້ງ

ໂດຍໄດ້ຮັບຄຳເຊີນຂອງພັກ ແລະ ລັດ ລາວ, ຄະນະຜູ້ແທນຂັ້ນສູງພັກ ແລະ ສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ...

ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ພັກ ​ແລະ ລັດ ​ລາວ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ​ແລະ ສະພາ​ແຫ່ງ​ຊາດ​ ຫວຽດນາມ ​ໂດຍ​ທ່ານ ຫວໍ​ວັນ​ເຖືອງ, ​ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ​ນຳໜ້າໄດ້​ມາ​ຢ້ຽມຢາມ​ ລາວ ​ແລະ ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ແລະ 45 ປີແຫ່ງການລົງນາມ ໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຢູ່ ລາວ. ຕອນ​ບ່າຍ​ວັນ​ທີ 17 ກໍລະກົດ​ 2022, ຢູ່​ນະຄອນຫຼວງ​ ວຽງ​ຈັນ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ລາວ ພັນ​ຄຳ ວິພາ​ວັນ, ປະທານ​ສະພາ​ແຫ່ງ​ຊາດ ທ່ານ ​ໄຊ​ສົມ​ພອນ ພົມວິຫານ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​.


ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຕ້ອນຮັບທ່ານ ຫວໍວັນເຖືອງ, ​ຜູ້ປະຈຳການຄະນະເລຂາ ທິການສູນກາງພັກກອມມູນິດ ຫວຽດນາມ. ພາບ: ຟ້າມກຽນ/VNA

ທີ່​ການ​ພົບ​ປະ, ທ່ານ ຫວໍ​ວັນ​ເຖືອງ ​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ​ເມື່ອ 60 ປີ​ກ່ອນ ​ແລະ ການ​ລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ ແຫ່ງຈາກນີ້ 45 ປີ, ແມ່ນເຫດການທີ່ສຳຄຳດ້ານປະຫວັດສາດ, ເປັນຂີດໝາຍສຸດທີ່ສຳຄັນໃນການພົວພັນລະຫວ່າງສອງພັກ, ສອງລັດ. ທ່ານ ຫວໍວັນເຖືອງ ສະແດງຄວາມປິຕິຊົມຊື່ນ ຕໍ່ການພົວພັນແບບພິເສດ ຫວຽດນາມ-ລາວ ໄດ້ຮັບ ການພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດໃນຊຸມປີຜ່ານມາ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ການພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງທຖານະບົດບາດໃນເວທີສາກົນຂອງແຕ່ລະປະເທດ. ​ແລະ​ ຂອບ​ໃຈ​ ລາວ​ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ ແລະ ​ຊ່ວຍ​ເຫຼືອ ​ຫວຽດນາມ​ ມາ​ຮອດ​ປະຈຸ​ບັນ.

ການ​ນຳ​ຂັ້ນ​ສູງ​ ລາວ ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ ​ຫວຽດນາມ, ປະຊາຊົນ ຫວຽດນາມ ຈະ​ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່ ​ແລະ ​ໃຫຍ່​ຫຼວງ​ກວ່າ​ອີກ​ໃນ​ໄລຍະ​ປ່ຽນແປ່ງ​ໃໝ່ ​ແລະ ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຢ່າງ​ສຳ​ເລັດ​ຜົນ. ການ​ນຳ​ຂັ້ນ​ສູງ​ຂອງ ​ລາວ ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປົກ​ປັກ​ຮັກສາ, ບຳລຸງ​ສ້າງ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ຢ່າງ​ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​ມີ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ໄລຍະ 2021-2030, ສັນຍາ​ຮ່ວມ​ມື​ໄລຍະ 2021-2025. ​ແລະ ສັນຍາ​ວ່າ​ດ້ວຍ​ແຜນການ​ຮ່ວມ​ມື​ລະຫວ່າງ​ສອງ​ລັດຖະບານ​ໃນ​ປີ 2022. ສືບ​ຕໍ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ເປັນ​ຢ່າງ​ດີ​ໃນ​ປີ​ສາມັກຄີ​ມິດຕະພາບ​ ຫວຽດນາມ - ລາວ.

ຕອນບ່າຍ ວັນທີ 17 ກໍລະກົດ, ທ່ານ ຫວູວັນເຖືອງ ໄດ້ວາງພວງມາລາທີ່ອະນຸສາວະລີວິລະຊົນ ແລະ ນັກຮົບ ເສຍສະຫຼະຊີວິດເພື່ອຊາດ, ອະນຸສາວະລີທ່ານ ໄກສອນ ພົມວິຫານ, ມາຢ້ຽມຢາມທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ຈູມມາລີ ໄຊຍະສອນ ແລະ ເຂົ້າຮ່ວມພິທີເປີດງານວາງສະແດງ ເອກະສານ, ຮູບພາບ, ວັດຖຸພັນ, ປື້ມກ່ຽວກັບການພົວພັນ ຫວຽດນາມ - ລາວ.

ປະຕິບັດ: VNP 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top