• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນຫວຽດນາມ-ສະວິດໄດ້ພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດ

ການພົວພັນລະຫວ່າງຫວຽດນາມ - ສະວິດ ໃນໄລຍະຜ່ານມາໄດ້ມີບາດກ້າວຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດ. ທ່ານ ຟ້າມຫາຍບັ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳສະວິດ ທັງຮັບໜ້າທີ່ການທູດ Liechtenstein ໃຫ້ຮູ້ວ່າ


ທ່ານ ຟ້າມຫາຍບັ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳສະວິດ

ທັງຮັບໜ້າທີ່ການທູດ Liechtenstein

(ພາບປະກອບ: vnanet.vn)

ກ່ຽວກັບທາງດ້ານການເມືອງ: ການນຳຂັ້ນສູງລັດບານ ແລະ ສະພາແຫ່ງຊາດ 2 ປະເທດ ໄດ້ມີການຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນທາງການເປັນປະຈຳ. 2 ຝ່າຍໄດ້ຕັ້ງໜ້າສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນໃນບັນດາເວທີປາໄສສາກົນ, ພິເສດແມ່ນໃນຂອບເຂດອາຊຽນ, ອາແຊມ, Francophonie. ກ່ຽວກັບທາງດ້ານເສດຖະກິດ: ວົງເງິນການຄ້າ 2 ສົ້ນລະຫວ່າງສະວິດ ແລະ ຫວຽດນາມ ໃນໄລຍະ 5 ປີມໍ່ໆມານີ້ ບັນລຸເກືອບ 8 ຕື້ USD. ສະວິດ ແມ່ນນັກລົງທຶນໃຫຍ່ອັນດັບ 3 ຢູ່ຫວຽດນາມ ດ້ວຍຈຳນວນເງິນເກືອບ 2 ຕື້ USD. ໃນໄລຍະ 2017 – 2020, ລັດຖະບານສະວິດ ໃຫ້ຄຳໝັ້ນສັນຍາຈະຊ່ວຍເຫຼືອ 90 ລ້ານ Franc (ສະກຸນເງິນຂອງສະວິດ) ທຶນ ODA ໃຫ້ແກ່ຫວຽດນາມ. ບໍລິສັດການບິນ Edelweiss Air ຂອງສະວິດ ຈະເປີດສາຍການບິນໂດຍກົງຈາກ Zurich - ນະຄອນໂຮ່ຈິມິນ ໃນເດືອນພະຈິກ ຈະມາເຖິງ. ຫວຽດນາມ ແລະ ກຸ່ນການຄ້າເສລີເອີລົບ (EFTA) ເຊິ່ງສະວິດ ແມ່ນໜຶ່ງໃນຈຳນວນ 4 ປະເທດສະມາຊິກ ພວມສືບຕໍ່ເຈລະຈາກ່ຽວກັບສັນຍາການຄ້າເສລີລະຫວ່າງບັນດາຝ່າຍ. ພາຍຫຼັງລົງນາມໃນສັນຍາ, ການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງຫວຽດນາມ ແລະ ສະວິດ ກໍ່ຄືບັນດາປະເທດ EFTA ຄາດວ່າຈະພັດທະນາຢ່າງແຮງກວ່າອີກ.

(ແຫຼ່ງຄັດຈາກ VOV)


COP28: ກ່ວາ 130 ປະເທດໃຫ້ຄຳໝັ້ນສັນຍາ ນຳການຜະລິດ ທັນຍາຫານເຂົ້າແຜນການຫລຸດອາຍພິດເຮືອນແກ້ວ

COP28: ກ່ວາ 130 ປະເທດໃຫ້ຄຳໝັ້ນສັນຍາ ນຳການຜະລິດ ທັນຍາຫານເຂົ້າແຜນການຫລຸດອາຍພິດເຮືອນແກ້ວ

ມີທັງໝົດ 134 ປະເທດໄດ້ຜະລິດ 70% ຈຳນວນທັນຍາຫານໃນທົ່ວໂລກ ໄດ້ເຊັ່ນຖະແຫຼງການຮ່ວມເນັ້ນໜັກການບຸລິມະສິດ ພັດທະນາລະບົບທັນຍາຫານ, ສະບຽງອາຫານ ແລະ ກະສິກຳແບບຍືນຍົງ ແລະ ປັບຕົວກັບການປ່ຽນແປງຂອງດິນຟ້າ ອາກາດ.

Top